
ຢາກໃຫ້ນ້ອງໄດ້ໂຮງຮຽນໃໝ່, ໃຜເດຊິໃຈດີ ທີ່ເມືອງສາມັກຄີໄຊ
22nd February 2020ໃນຍຸກນີ້ຊ່າງປ່ຽນໄປ ໃນເມືອງໂຮງຮຽນລັດເກືອບຈະບໍ່ມີນັກຮຽນເຂົ້າທັ້ງທີ່ຕືກອາຄານງົດງາມຖາວອນ ກົງກັນຂ້າມນ້ອງໆລູກຫຼານຢູ່ຊົນນະບົດພາກັນຢາກເຂົ້າໂຮງຮຽນ, ຫ້ອງຮຽນພັດເກືອບຈະບໍ່ມີບ່ອນໃຫ້ລີ້ແດດລີ້ຝົນໃຫ້ ດັ່ງໂຮງຮຽນນ້ອຍໆຫຼັງນີ້ທີ່ເມືອງສາມັກຕີໄຊ ແຂວງອັດຕະປື.
.
ມີຜູ້ໄປເຫັນໂຮງຮຽນ ບ້ານສອກລຸ່ມເມືອງ ສາມັກຄີໄຊ ແຂວງອັດຕະປື ເຊິ່ງເປັນບ່ອນຮຽນຂອງລູກຫຼານຜູ້ທີ່ຈະເປັນອະນາຄົດຂອງຊາດ, ເປັນຫນໍ່ແຫນງຂອງບ້ານເມືອງ ແຕ່ອາຄານຕາບໜ້າຕາບຫຼັງ ຈິ່ງນຳມາລົງເຟາບຸກວອນຜູ້ໃຈບຸນຊ່ວຍເຫລືອ ປົວແປງ ພື້ນຖານໂຄງລ່າງຂອງໂຮງຮຽນ ໂດຍສະເພາະ ເຈາະນໍ້າບາດານ ແລະ ສ້າງໂຮງຮຽນຫລັງໄຫມ່ໃຫ້.
.
ຕາມຜູ້ເອົາມາໂພສຂໍຄວາມຊ່ວຍເຫຼືອບອກວ່າ, ຊຸມຊົນຂໍເປັນວັດຖຸເທົ່ານັ້ນ ສ່ວນແຮງງານກໍ່ສ້າງເຂົາສາມາດສ້າງເອງ ສະນັ້ນຫາກທ່ານໃດມີນ້ຳໃຈໃສສັດທາກໍ່ຊ່ວຍໆກັນຄົນລະໜ້ອຍບໍ່ວ່າຈະເປັນ ດິນແຮ່ ດິນຊາຍ ປູນ ດິນຈີ່ ຊ່ວຍສ່ຳແຮງທ່ານມີ !!!!
.
ຖ້າທ່ານຢາກຮູ້ຂໍ້ມູນເພີ້ມເຕີມ ອິນບ໋ອກຫາເຈົ້າຂອງເຟສບຸກ Soukdavan Souphanthong
.