
ສະເທືອນໃຈ! ຊ້າງປ່າໃນອິນເດຍ ຖືກຟ້າຜ່າ ເສຍຊີວິດພ້ອມກັນ 18ໂຕ ປະຊາຊົນແຫ່ເອົາດອກໄມ້ທູບທຽນໄປນົບໄຫວ້
17th May 2021ເກີດເຫດຟ້າຜ່າຊ້າງປ່າເສຍຊີວິດ 18ໂຕ ໃນລັດ ອັສຊໍາ ປະເທດອິນເດຍ ເຊິ່ງຖືກຄົ້ນພົບໂດຍປະຊາຊົນໃນວັນທີ 14 ພຶດສະພາທີ່ຜ່ານມາ ໃນພື້ນທີ່ປ່າສະຫງວນ ໃນຈໍານວນຊ້າງທັງໝົດມີຊ້າງແມ່10ໂຕ ແລະ ເປັນຊ້າງຜູ້ 8ໂຕ ທັ້ງນີ້ມີຊ້າງທີ່ໃຫຍ່ເຕັມໄວແລ້ວ 4ໂຕ.
ຊ້າງທັງໝົດ ເສຍຊີວິດໃນເນີນເຂົາ ໃນນັ້ນມີຫຼາຍໂຕກິ້ງຕົກລົງເຫວ ເຊິ່ງໄລຍະຫ່າງທີ່ພົບຊ້າງ 18ໂຕແມ່ນຢູ່ໃນລັດສະໝີ 100ແມັດ ຢູ່ເປັນກຸ່ມ 2-3ໂຕ ຢູ່ບໍ່ຫ່າງກັນຫຼາຍ.
ທາງການອິນເດຍ ສອບສວນຫາສາເຫດເພີ່ມເຕີມດ້ານພິດວິທະຍາ ໂລກລະບາດ ຜົນສອບສວນຫຼ້າສຸດ ສະຫຼຸບວ່າຊ້າງປ່າຖືກຟ້າຜ່າໃນຊ່ວງວັນທີ 12 ພົບຕົ້ນໄມ້ຫຼາຍຕົ້ນມີຮ່ອງຮອຍໄຟໄໝ້ໃນບໍລິເວນນັ້ນ.
ນອກຈາກນີ້ຊ້າງຫຼາຍໂຕ ກໍ່ມີຮອຍບາດແຜຈາກໄຟໄໝ້ຢ່າງຮຸນແຮງ, ທັ້ງນີ້ ຊາວບ້ານໄດ່ເຮັດພິທີ ວາງດອກໄມ້ເຄື່ອງຫອມກ່ອນເຮັດພິທີຝັງໃນວັນທີ 15 ພຶດສະພາ ເຊິ່ງນັບເປັນການສູນເສຍຄັ້ງຍິ່ງໃຫຍ່.
ປະຊາຊົນ ໃນເຂດບ້ານໃກ້ຄຽງ ໄດ້ນໍາເອົາ ດອກໄມ້ ທູບທຽນ ມາຮ່ວມເຮັດພິທີຝັງສົບ ບັນດາຊ້າງປ່າເຫຼົ່ານີ້, ນັບເປັນການສູນເສີຍອັນໃຫຍ່ຫຼວງ ຝູງຊ້າງ ທີ່ມີຈໍານວນນ້ອຍລົງ ຢູ່ປະເທດອິນເດຍ.