
ບໍ່ໄດ້ລືມກຳພືດ ຂ້ອຍພັດທະນາຕົວເອງຈາກການທີ່ທຸກຍາກ ດີ້ນຮົນໃຫ້ຕົວເອງກ້າວຫນ້າ ດ້ວຍລຳແຂ່ງລຳຂາຕົວເອງ
17th May 2021ຈາກໂພສ Pavena Soulipravanh Siphanthong ມື້ນີ້ ຂໍສະເຫນີຄຳວ່າ ລືມກຳພຶດ
ສຳຫລັບຂ້ອຍເອງຄຳນີ້ຄືຄວາມຫມາຍດີດີ ມີຄົນບອກວ່າຂ້ອຍລືມກຳພຶດ..
ຖ້າຫມາຍເຖິງການທີ່ຂ້ອຍພັດທະນາຕົວເອງຈາກການທີ່ທຸກຍາກ ດີ້ນຮົນໃຫ້ຕົວເອງກ້າວຫນ້າ ດ້ວຍລຳແຂ່ງລຳຂາຕົວເອງ ດູແລຕົວເອງແລະຄອບຄົວໃຫ້ສະບາຍຂື້ນຈາກແຕ່ກ່ອນໄດ້
ຖ້າຫມາຍເຖິງການທີ່ໃຊ້ເງີນທີ່ຕົວເອງຫາມາບຳລຸງຄວາມຕ້ອງການຂອງຕົວເອງ ໂດຍບໍ່ສົນໃຜ ຫັ້ນຂ້ອຍຍອມຮັບ
ແຕ່ຖ້າຫມາຍເຖິງວ່າ ລືມວ່າຕົວເອງເກີດມາຈາກຈຸດໃດ ທຸກຍາກພຽງໃດ ລືມຫົວຕີນປາຍນອນຕົວເອງ ຂ້ອຍບໍ່ຍອມຮັບ
ເພາະຊິກິນຫລູຢູ່ດີເທົ່າໃດ ຂ້ອຍແຮງຄິດເຫັນມື້ບໍ່ມີກິນ ແຮງຢູ່ສະບາຍເທົ່າໃດ ຂ້ອຍແຮງຄິດຫາມື້ທີ່ທຸກຍາກ ແຮງມີເງີນໃນກະເປົາຫລາຍເທົ່າໃດ ຂ້ອຍແຮງຄິດຫາມື້ທີ່ບໍ່ມີຈັກກີບ
.
ແລະມັນເຮັດໃຫ້ຂ້ອຍບໍ່ຍາກກັບໄປຈຸດນັ້ນ ແລະ ມັນບໍ່ໄດ້ຫມາຍຄວາມວ່າລືມກຳພຶດ ມັນຄືຄວາມກ້າວຫນ້າຂອງຊີວິດ