
ຄຳຄົນທີ່ດູຖູກ ເຮັດໃຫ້ເຮົາສູ້ ແລະ ມີມື້ນີ້ ພ້ອມຄົນຮັກທີ່ຄອຍສ້າງ ແລະ ຫານຳກັນ ຈົນມີທຸກຢ່າງ
18th May 2021ຈາກໂພສ Zgv Amphone ປະສົບການການຫາເງິນຂອງຂ້ອຍກັບແຟນທີ່ສະຫນັບສະຫນູນກັນມາທຸກຢ່າງ
ທີ່ຜ່ານທຸກຜ່ານຍາກຫາເງິນທຸກທາງທີ່ໄດ້ເງິນບໍ່ເຄີຍຈົ່ມບໍ່ເຄີຍທໍ້
ແລະຕອນນີ້ຂ້ອຍເຮັດໄດ້ຂ້ອຍເປັນຄົນປະສົບຜົນສຳເລັດ ພໍ່ແມ່ສະບາຍ ມີທຸກຢ່າງທີ່ເພີ່ນຕ້ອງການແລ້ວ
ຂ້ອຍຄົນທີ່ບໍ່ເຄີຍອິດສາໃຜທີ່ລວຍໃຜທີ່ພໍ່ແມ່ຫາໃຫ້ຈ່າຍ ແຕ່ຂ້ອຍອິດສາຄົນທີ່ຫາເງິນໄດ້ຕົວເອງສົ່ງເງິນໃຫ້ພໍ່ແມ່ໃຊ້ຈ່າຍ ຂາຍເຄື່ອງອອນໄລນ໌ຫາເງິນສົ່ງຕົວເອງຮຽນ ແລະຂ້ອຍຈະເອົາຄົນນັ້ນມາເປັນຕົວຢ່າງ
ເນື່ອງຈາກເມື່ອກ່ອນຂ້ອຍເປັນອີ່ຂີ້ຫນີ້ເປັນຫນີ້
ຍ້ອນຈ່າຍເງິນເກັງເປັນຫນີ້ພໍ່ແມ່ທີ່ເຄີຍເອົາເງິນພໍ່ແມ່ມາຈ່າຍໂດຍບໍ່ມີເຫດຜົນ
ໃຊ້ເງິນຟຸມເຟືອຍ ຈົນເຮັດພໍ່ຂ້ອຍຕ້ອງເຮັດທຸກຢ່າງເພື່ອຫາເງິນສົ່ງຂ້ອຍຮຽນ,ແມ່ຂາຍງົວເພື່ອສົ່ງຂ້ອຍຮຽນ ມີຄົນປະມາດພໍ່ຂ້ອຍເວົ້າໃຫ້ພໍ່ຂ້ອຍແລະເວົ້າລວມທັ້ງຂ້ອຍດູຖູກ
ຈົນຂ້ອຍໄດ້ມາຄົບກັບ Noy Inthavong ຂ້ອຍໄດ້ປ່ຽນແປງ ປະຢັດເງິນພໍ່ແມ່ ມາໃຊ້ເງິນແຟນຂ້ອຍ ຢອກ
ຂ້ອຍກະສັ່ງເຄຶ່ອງຄືເກົ່າບໍ່ເຄີຍປະຢັດເລີຍ ແຕ່ວ່າຂ້ອຍໄດ້ຫາເງິນຕົວຂ້ອຍກັບແຟນຈາກການຂາຍເຄື່ອງກິນພາຍໃນ ຮຮ ລັກຂາຍລັກເຮັດເພາະບໍ່ມີທຸນໄປເຊົາຫ້ອງຂາຍ
ຄຳຄົນທີ່ດູຖູກຂ້ອຍຫມູ່ຄູ່ທີ່ບໍ່ເຫັນຫົວຂ້ອຍ
.
ຂ້ອຍຊ່ວຍເຫລືອທຸກຄົນທີ່ມາຂໍ່ຄສາມຊ່ວຍເຫລືອຈາກຂ້ອຍແຕ່ຕອນທີ່ຂ້ອຍບໍ່ມີຂ້ອຍຂໍຄວາມຊ່ວຍເຫລືອໃຜມີແຕ່ທຸກຄົນປະຕິເສດຂ້ອຍ ແຕ່ຂ້ອຍກະບໍ່ເຄີຍຕິທີ່ຫມູ່ບໍ່ໃຫ້ ແຕ່ມາບາດນີ້ຫມູ່ຄູ່ທີ່ຂ້ອຍເຄີຍຂໍຄວາມຊ່ວຍເຫລືອໄດ້ມາຂໍຄວາມຊ່ວຍເຫລືອຂ້ອຍຂ້ອຍໃຫ້ເຂົາ ຂ້ອຍຄິດເຫັນໃຈເພິ່ນໃຈໂຕເອງ
ຖຶງຂ້ອຍຊິເປັນຄົນໃຈຮ້ອນປາກຕົງເວົ້າເຈັບແຕ່ຂ້ອຍຈິງໃຈບໍ່ເຄີຍຕໍ່ແຫຼເວົ້າຫລັບຫລັງຄົນທີ່ຂ້ອຍຮັກແພງ
ນີ້ແມ່ນບາງທີ່ຂ້ອຍກັບແຟນໄດ້ໃຫ້ກັບບາງສ່ວນເທົ່ານັ້ນ
ໄວຫລຸ້ນສ້າງໂຕອາຍຸ21ປີຍັງຮຽນບໍ່ຈົບເລີ້ມຈາກ 0-000ກີບ
ແລະຄອບໃຈຫມູ່ຄູ່ຄົນໃດທີ່ດີນຳຂ້ອຍມາຕະຫລອດແຕ່ຕອນຕົ້ນຈົນຮອດຕອນນີ້ກະຍັງຄືເກົ່າ ຂ້ອຍຈື່ຫມົດທຸກຄົນທີ່ເຄີຍຊ່ວຍເຫລືອຂ້ອຍແລະສົ່ງເສີມຂ້ອຍ
ຄູ່ຊີວິດທີ່ດີ..ແຟນຂ້ອຍບໍ່ເຄີຍຫ້າມຕາມໃຈທຸກຢ່າທີ່ຂ້ອຍຫາຂ້ອຍເຮັດ ເຖິງຊິເຄີຍລົງທຶນແຕ່ບໍ່ໄດ້ກຳໄລກໍບໍ່ເວົ້າ ຂ້ອຍກັບແຟນບໍ່ເຄີຍມີຄຳວ່ານອກໃຈກັນ ຜິດກັນຢ່າງດຽວຍ້ອນ ຂ້ອຍເຮັດຫຍັງບໍ່ປຶກສາລາວ
ທ້າຍນີ້ຂ້ອຍຢາກໃຫ້ທຸກຄົນທີ່ຄິດເຫັນໃຈເພິ່ນໃຈໂຕເອົາໃຈໂຕໄປໃສ່ໃຈຄົນອຶ່ນຍາມເດືອດຮ້ອນ ບໍ່ມີໃຜທີ່ບໍ່ເຄີຍຜ່ານທຸກຜ່ານຍາກ ໃຫ້ຄິດໄວ້ວ່າທຸກຄົນສາມາດລວຍໄດ້ຖ້າເຈີຄົນທີ່ສະຫນັບສະຫນູນໃນດ້ານທີ່ດີ