
ນີ້ຄື 5 ສາເຫດຫຼັກໆ ທີ່ພາໃຫ້ເກີດສິວ
21st May 20211 ພັກຜ່ອນໜ້ອຍເກີນໄປ
ການພັກຜ່ອນໜ້ອຍເຮັດໃຫ້ຮ່າງກາຍອ່ອນເພຍ, ພູມຄຸ້ມກັນໜ້ອຍລົງ ນອກຈາເຮັດໃຫ້ຂຸມຕາດຳແລ້ວ ຍັງເຮັດໃຫ້ແບັກທີເລຍເຕີບໃຫຍ່ໄດ້ໄວ ເກີດສິວຫຼາຍຂຶ້ນ
2 ບໍ່ຖ່າຍໜັກ ແລະ ຖ່າຍເບົາ
ການອົດຖ່າຍໜັກ ຫຼື ເບົາ ຈະເຮັດໃຫ້ຮ່າງກາຍດູດຊຶມສານພິດ ກັບູຄືນສູ່ຮ່າງກາຍ ແລະ ຂັບອອກທາງຜິວຈຶ່ງເປັນສາເຫດຂອງການເປັນສິວ ລວມໄປເຖິງໂຕບວມ ມີກິ່ນປາຍ ແລະ ຂຸມຕາດຳ
3 ກັງວົນຫຼາຍເກີນໄປ
ອາລົມແປປວນ ອາລົມບໍ່ດີ ໂມໂຫ ຫງຸດຫງິດງ່າຍ ກັງວົນຫຼາຍ ເຮັດໃຫ້ຮ່າງກາຍຂາດຄວາມສົມດຸນພູມຄຸ້ມກັນໜ້ອຍລົງເຮັດໃຫ້ເກີດສິວງ່າຍ ແລະ ໃຊ້ເວລາດົນໃນການຮັກສາສິວ
4 ດື່ມນໍ້າໜ້ອຍເກີນໄປ
ການດື່ມນໍ້າໜ້ອຍເຮັດໃຫ້ຮ່າງກາຍຂັບສານພິດຈາກເນື້ອສັດ ຂອງມັນ ຫຼື ສານປຸງແຕ່ງລົດຊາດ ທີ່ເຮົາກິນນັ້ນໄດ້ໜ້ອຍ ເຮັດໃຫ້ເກີດສິວງ່າຍ
5 ບໍ່ຮັກສາຄວາມສະອາດ
ສິ່ງສໍາຄັນທີ່ສຸດຄືຄວາມສະອາດ ການອາບນໍ້າ ລອງປ່ຽນປອກໝອນ, ຜ້າເຊັດໂຕ ເຊັດໜ້າຕະຫຼອດ ແລະ ໃຊ້ຜະລິດຕະພັນທໍາຄວາມສະອາດທີ່ເໝາະສົມກັບຜິວໜ້າ
ທີ່ມາ: https://bit.ly/3yDqnl0