
ມາແທ້ບໍ່ນໍ້ ອຸຕຸເຕືອນ ໃຫ້ເຝົ້າລະວັງ ອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກ ລົມພັດແຮງ ກຳລັງມາ
24th May 2021ອຸຕຸເຕືອນ ໃຫ້ເຝົ້າລະວັງ ສະພາບອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກຟ້າຮ້ອງຟ້າເຫຼື້ອມ-ລົມພັດແຮງ: ໃນໄລຍະວັນທີ 24 – 30 ພຶດສະພາ 2021 ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າ
ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກໃຕ້.
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດ ຮ້ອນເອົ້າທີ່ຈະເຮັດເກີດມີອັກຄີໄພ
ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ,
ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້