
ເຕືອນໄພ! ເດັກຊາຍໃຊ້ນໍ້າຢາງລຶບ ເພື່ອຂຽນສະເກັດບອດ ແຕ່ມັນບໍ່ອອກ ເຄາະໃສ່ໂຕະເຕັມທີ່ ຈົນເກີດເຫດນີ້
26th May 2021ເປັນອີກເລື່ອງທີ່ແອັດຢາກຍົດມາເຕືອນສະຕິ ທັງເປັນອຸທາຫອນແກ່ທຸກຄົນທີ່ນໍາໃຊ້ນໍ້າຢາງລືບ ທີ່ໃຊ້ລຶບບິກ ເພາະມັນອັນຕະລາຍກວ່າທີ່ຄິດຫາກໃຊ້ບໍ່ເປັນ ຫຼື ບໍ່ຖືກວິທີ ແລະ ອັນຕະລາຍກໍ່ອາດມາຫາເຮົາໄດ້ແບບງ່າຍໆ.
ເຫດການນີ້ເກີດຂຶ້ນຢູ່ປະເທດໄທ ແຕ່ແອັດເຫັນວ່າມັນເປັນເລື່ອງໃກ້ຕົວ ຈຶ່ງຍາກຍົກມາເປັນອຸທາຫອນເຕືອນທຸກຄົນກ່ຽວກັບການໃຊ້ນໍ້າລຶບບິກນີ້.
ເຫດມີຢູ່ວ່າ ເດັກຊາຍໄວ 10ປີ ໃຊ້ນໍ້າຢາງລຶບ ຈະມາຂຽນຊື່ໂຕເອງໃສ່ສະເກັດບອດ ແຕ່ກົດນໍ້າຢາແນວໃດກໍ່ບໍ່ອອກ ຈຶ່ງພະຍາຍາມໃຊ້ປາຍແຫຼມຂອງຢາງລຶບເຄາະໆໃສ່ໂຕະ ກ່ອນນໍ້າຢາງລຶບຈະລະເບີດຈົນນໍ້າຢາຟົ້ງອອກກະແຈກກະຈາຍເຕັມໜ້າ ຈົນຜູ້ເປັນແມ່ຕ້ອງພາສົ່ງໂຮງໝໍ ແຕ່ໂຊກດີທີ່ບໍ່ບາດເຈັບຫຍັງຫຼາຍ.
ແນວໃດກໍ່ຕາມ ເຕືອນທຸກຄົນທີ່ໃຊ້ຢາງລຶບນີ້ ໃຫ້ໃຊ້ຢ່າງລະມັດລະວັງ ເພື່ອປ້ອງກັນບໍ່ໃຫ້ເກິດເຫດແບບນີ້ຂຶ້ນກັບຕົນເອງ.