
້່ເປັນຕາຢ້ານແທ້ ໂຄວິດສາຍພັນອິນເດຍແຜ່ໄປແລ້ວ 60 ປະເທດ
28th May 2021ພະຍາດອັກເສບປອດໂຄວິດ-19 ທີ່ລະບາດໄປທົ່ວໂລກນະປະຈຸບັນນີ້ແມ່ນໄດ້ກາຍພັນຈາກເລີ່ມຕົ້ນໄປໝົດແລ້ວ ເຊິ່ງສາຍພັນທີ່ຄົນທັງຫຼາຍຢ້ານທີ່ສຸດໃນຂະນະນີ້ແມ່ນສາຍພັນອິນເດຍ ທີ່ປິດຊີບເຫຍື່ອໂຄວິດໄປຈຳນວນບໍ່ໜ້ອຍໃນແຕ່ລະວັນຈົນຕົກມາຢູ່ອັນດັບ2 ຂອງໂລກໄປແລ້ວ, ຮອງລົງມາແມ່ນສາຍພັນອາຟຣິກາລ້ວນມີອາການຮຸນແຮງເປັນທີ່ສຸດ.
ຕາມຂ່າວຈາກ ເຈນີວາ, ວັນທີ26ພຶດສະພານີ້ ອົງການອະນາໄມໂລກ ແຈ້ງໃຫ້ຮູ້ວ່າ: ເຊື້ອພະຍາດໂຄວິດ-19 B.1.617 ສາຍພັນ ທີ່ພົບໃນອິນເດຍ ເປັນແຫ່ງທຳອິດ ພວມແຜ່ລະບາດໄປແລ້ວ 60 ປະເທດໃນທົ່ວໂລກ ເຮັດໃຫ້ມີຜູ້ຕິດເຊື້ອ ລາຍໃໝ່ 4,1ລ້ານຄົນ ເສຍຊີວິດ ເພີ່ມຂຶ້ນ 84.000ຄົນ ຫລຸດລົງ14% ແລະ 2%ຕາມລຳດັບ ເມື່ອທຽບໃສ່ກັບ ອາທິດ ກ່ອນໜ້ານີ້.
ສະຫະພາບ ເອີຣົບ(ອີຢູ)ເປັນພາກພື້ນ ທີ່ມີຜູ້ຕິດເຊື້ອ ລາຍໃໝ່ ແລະ ເສຍຊີວິດ ຫລຸດລົງ ຫລາຍທີ່ສຸດ ຕາມມາດ້ວຍ ອາຊີ ຕາເວັນອອກ ສ່ຽງໃຕ້ ຂະນະທີ່ ພາກພື້ນອື່ນໆ ຕົວເລກ ບໍ່ຫລຸດລົງ 5ປະເທດ ທີ່ມີຜູ້ຕິດເຊື້ອ ລາຍໃໝ່ ໃນໄລຍະ 7ວັນ ທີ່ຜ່ານມາເປັນຕົ້ນ ອິນເດຍ, ບຣາຊິວ, ອາເຈນຕີນ່າ, ອາເມລິກາ ແລະ ໂກໂລມເບຍ.
ສຳລັບ ເຊື້ອພະຍາດ ໂຄວິດ-19 ໄດ້ກາຍພັນ 4ສາຍພັນ ຮຸນແຮງ ປະກອບດ້ວຍ ສາຍພັນ B.1.1.7 ທີ່ພົບໃນອັງກິດ ເປັນແຫ່ງທຳອິດ ລະບາດແລ້ວ149ປະເທດໃນນັ້ນລວມທັງ ສປປ ລາວເຮົາ, ສາຍພັນ ອາຟຣິກາໃຕ້ B.1.351ລະບາດ 102ປະເທດ , ສາຍພັນ ບຣາຊິນ P.1 ລະບາດ ໃນ 59 ປະເທດ ແລະ ສາຍພັນ ອິນເດຍ B.1.617. ຍັງບໍ່ເປັນທີ່ແນ່ນອນວ່າໂຄວິດ-19 ຈະຢຸດສ່ຳນີ້ຫຼື ຍັງຈະມີການກາຍພັນໄປອີກຫຼາຍປານໃດ.
ຈະເວົ້າໄປແລ້ວໂຄວິດສາຍພັນອິນເດຍແມ່ນເຊື້ອທີ່ຢູ່ໃກ້ພວກເຮົາທີ່ສຸດ ແລະມີການລະບາດຢູ່ປະເທດໄທເປັນທີ່ຮຽບຮ້ອຍແລ້ວ ຈິ່ງບໍ່ຄວນປະໝາດຕໍ່ໂຄວິດອີກຕໍ່ໄປເຖິງວ່າຄົນຈຳນວນໜຶ່ງຈະສັກວັກຊິນໄປແລ້ວກໍ່ຕາມ.