
ກຽມຊີມອາຫານເທິງຍົນລາວ ຈາກຄຣາວພລາຊາໂຮງແຮມຫຼູໃນວຽງຈັນ
24th February 2020ເພື່ອປັບປຸງການບໍລິການອາຫານໃຫ້ດີຂຶ້ນ ແລະ ໄດ້ມາດຕະຖານຂຶ້ນກວ່າເກົ່າ ລັດວິສາຫະກິດການບິນລາວ ເລືອກໂຮງແຮມ ຄຣາວ ພລາຊາ ເປັນຜູ້ບໍລິການອາຫານເທິງເຮືອບິນ ເຊິ່ງຈະເລີ່ມໃຫ້ບໍລິການສາຍການບິນພາຍໃນ ໃນວັນທີ 1 ມີນາ 2020 ເປັນປະເພດອາຫານເບົາ ແລະ ເລີ່ມວັນທີ 1 ມິຖຸນາ 2020 ບໍລິການທັງສາຍການບິນພາຍໃນ ແລະ ຕ່າງປະເທດ ສຳລັບອາຫານຊັ້ນທຸລະກິດ ແລະ ຊັ້ນປະຢັດ.
ພິທີມອບ-ຮັບສັນຍາການບໍລິການອາຫານເທິງເຮືອບິນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 20 ກຸມພາ 2020 ທີ່ ໂຮງແຮມ ຄຣາວພລາຊາ ວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມ ໄຕຍະລາດ ຮອງຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ແລະ ທ່ານນາງ ແພັດເທຣຍ ປູຢ໊າດ ຜູ້ຈັດການໃຫຍ່ຂອງໂຮງແຮມ ຄຣາວພລາຊາ ວຽງຈັນ, ມີບັນດາທີມງານຈາກສອງພາກສ່ວນເຂົ້າຮ່ວມ.
.
ການປັບປຸງໃນຄັ້ງນີ້ ຈະເປັນໃບໜ້າອັນໃໝ່ໃຫ້ກັບການບໍລິການຂອງສາຍການບິນບໍ່ວ່າຈະເປັນເສັ້ນທາງພາຍໃນ ແລະ ຕ່າງປະເທດ ແລະ ນອກຈາກນັ້ນພວກເຮົາຍັງໄດ້ເລືອກຮ້ານແບເກີຣີຊື່ດັງ Joma ຈະເປັນຜູ້ສະໜອງອາຫານໃນອານາຄົດສຳລັບຖ້ຽວບິນທີ່ອອກຈາກນະຄອນຫຼວງພະບາງເຊິ່ງຕອນນີ້ຢູ່ໃນຂັ້ນຕອນການທົດລອງ.
.
.