
ອາຊີບໃດ ກໍມີກຽດ ແລະ ມີຄ່າ ຢ່າໄດ້ດູຖູກ ຊົມເຊີຍ ພໍ່ຂາຍພວງມາໄລ ສົ່ງລູກຮຽນຈົນຈົບ
3rd June 2021ເຜີຍພາບສຸດປະທັບໃຈຈາກປະເທດໄທ ຖືວ່າເປັນພາບ ແລະ ເລື່ອງລາວສຸດປະທັບໃຈ ໃນໂລກອອນໄລນ໌ທີ່ມີການແຊເປັນຈໍານວນຫຼວງຫຼາຍ ເມື່ອລູກກຊາຍ ຂອງຄົນຂາຍພວງມາໄລໄດ້ຈົບການສືກສາລະດັບປະລິນຍາຕີ ສວມຊຸດຈົບ ແລ້ວມາກໍ່ໄດ້ມາກົ້ມນົບຜູ້ເປັນພໍ່ທີ່ມີອາຊີບຄ້າຂາຍພວງມາໄລ ແຕ່ຍັງສາມາດສົ່ງຕົນເອງຮຽນຈົນຈົບ
ນັບເປັນເລື່ອງລາວດີໆ ທີ່ເປັນແຮງບັນດານໃຈໃຫ້ກັບຫຼາຍໆຄົນວ່າ ບໍ່ວ່າອາຊີບໃດ ພໍ່ກັບແມ່ຜູ້ປົກຄອງ ກໍສາມາດຫາລ້ຽງລູກໃຫຍ່ ແລະ ຮຽນໄດ້ ເທົ່າກັບຄົນອື່ນ ແລະ ບໍ່ຄວນຈະອາຍວ່າເປັນອາຊີບທີ່ບໍ່ໄດ້ຫຼູຫຼາ ເພາະທຸກຄົນເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເປັນ ແລະ ເຮັດໄດ້ ຄວາມຖະໜັດ ຄວາມສາມາດ ກຳລັງແຮງ ແລະ ຊິນໃຜບໍ່ຄືກັນຢູ່ແລ້ວ ເຮັດຫຍັງທີ່ໄດ້ເງິນກໍເຮັດໄປດີແລ້ວ ຫາກເປັນອາຊີບທີ່ສຸດຈະລິດ ແລະ ບໍ່ເຮັດໃຫ້ໃຜເດືອດຮ້ອນ ກໍຈົ່ງອົດທົນເອົາ
ດັ່ງຊີວິດຊາຍຄົນນີ້ຖ້າບໍ່ມີພໍ່ແມ່ຄົງຮຽນບໍ່ຈົບແນ່ນອນ ເພາະຕົນ ເຄີຍຫຼົງຜິດຫຼາຍຢ່າງຕາມພາສາໄວລຸ້ນ ຈົນເກືອບບໍ່ຈົບ ຖືກຄຳດ່າ ຄຳດູຖູກຫຼາຍຢ່າງແຕ່ນັ້ນມັນເຮັດໃຫ້ເຮົາມີແຮງຜັກດັນ, ຂອບໃຈຄູອາຈານ, ຂອບໃຈທຸກຄົນທີ່ຊຸກຍູ້ ແລະ ທີ່ສໍາຄັນຄອບໃຈຄອບຄົວ ແລະ ອາຊີບພວງມາໄລທີ່ລ້ຽງດູເຮົາມາຈົນເຖິງທຸກວັນນີ້, ແມ່ນຄວາມຈິງທີ່ແມ່ພິການ ແລະ ພໍ່ທີ່ຂາຍພວງມາໄລກາງສີ່ແຍກໄຟແດງ ແຕ່ບໍ່ອາຍເລີຍ ຈະເຮັດໜ້າທີ່ລຸກໃຫ້ດີທີ່ສຸດ ໃຫ້ສົມກັບພໍ່ແມ່ໄດ້ເມື່ອຍມາ
ບໍ່ວ່າພໍ່ແມ່ຈະເຮັດອາຊີບໃດ ເຮົາເປັນລູກກໍ່ຕ້ອງຕັ້ງໃຈຮຽນເຮັດໃຫ້ພໍ່ແມ່ພູມໃຈບໍ່ອາຍພໍ່ແມ່ ບໍ່ອາຍຫາກິນ ພຽງເທົ່ານີ້ເຊື່ອວ່າທຸກຄົນຈະປະສົບຜົນສໍາເລັດ