
ອີຕົນຄົນຫ້ອງແຖວ ພວກຕິດເຊື້ອມັກໄປແຜ່ໃຫ້ຄົນໝູ່ມາກ
4th June 2021ເປັນເລື່ອງທີ່ໜ້າເຫັນໃຈ ແລະເສົ້າໃຈຫຼາຍ ເຫັນໃຈບັນດາແພດໝໍທີ່ມີຄົນຕິດເຊື້ອບໍ່ຂາດໃນແຕ່ລະວັນ ອີຕົນຄົນທີ່ຕັ້ງໃຈຢຸດເຊື້ອເພື່ອຊາດ ແຕ່ກັບມີຄົນຈຳນວນໜຶ່ງບໍ່ສົນໃຈຫຍັງເອົາແຕ່ມ່ວນໄປມາຫາສູ່ກັນຢ່າງມີການປ້ອງກັນ ຍັງເອົານິໄສເດີມໆແບບທີ່ບໍ່ທັນມີຫຍັງເກີດຂຶ້ນໄປໃສກໍ່ຕ້ອງມີການຊຸມແຊວນີ້ເປັນໜຶ່ງສາເຫດທີ່ໂຄວິດບໍ່ໝົດໄປຈາກບ້ານເຮົາຈັກເທື່ອ ເຖິງແມ່ນທັງພາກລັດ ແລະປະຊາຊົນຈະເອົາໃຈໃສ່ຄວບຄຸມສ່ຳໃດກໍ່ຕາມ.
ຕາມການຖະແຫຼງຂ່າວຂອງຄະນະສະເພາະກິດໃນວັນທີ 4 ມິຖຸນາ 2021 ໃຫ້ຮູ້ວ່າກໍລະນີຕິດເຊື້ອໃໝ່ 9 ຄົນທີ່ກວດພົບຈາກ 1.920 ຕົວຢ່າງໃນວັນທີ 3 ມິຖຸນາ ແມ່ນມີຄົນຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ 7 ຄົນ ທັງໝົດນັ້ນລ້ວນແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າໃນຊຸມຊົນທີ່ຜ່ານມາ ສ່ວນອີກ 2 ກໍລະນີແມ່ນຢູ່ແຂວງສະຫວັນນະເຂດ ແລະຈຳປາສັກ ແຂວງລະ 1 ຄົນເປັນກໍລະນີນຳເຂົ້າໃນແຮງງານທີ່ກັບຈາກປະເທດໄທຖືກຕ້ອງຕາມກົດໝາຍ.
ສຳລັບເຂດສ່ຽງໃໝ່ຫຼ້າສຸດຕາມການລາຍງານຂອງຄະນະສະເພາະກິດໃນວັນທີ 4 ມິຖຸນາ ທີ່ຜູ້ຕິດເຊື້ອໄດ້ໄປນັ້ນມີຫຼາຍບ່ອນ ແລະສ່ວນໃຫຍ່ລ້ວນເປັນບ່ອນທີ່ມີຄົນໄປເປັນຈຳນວນຫຼາຍ ເປັນຕົ້ນຮ້ານຂາຍຢາໃສສະອາດ, ຕະຫຼາດ ແລະຫ້ອງແຖວ ອັນເປັນບ່ອນພັກຂອງຄົນຫາເຊົ້າກິນຄ່ຳ.
ຂໍ້ມູນພື້ນຖານເຂດສ່ຽງທີ່ກຸ່ມຜູ້ຕິດເຊື້ອໄປຫຼ້າສຸດມີດັ່ງນີ້
ວັນທີ30/05/2021: ໄປຕະຫລາດຊັ່ງຈຽງ (ຢູ່ແຕ່ຮ້ານ ບໍລິເວນດ້ານນອກ) ແລະ ໄປຫານ້ອງຮັກຢູ່ຫ້ອງແຖວຕານມີໄຊ(ຢູ່ແຄມທາງໃຫຍ່) ແລະ ໄດ້ໄປໃຊ້ຫ້ອງນ້ຳ
ວັນທີ 03/06/2021: ໄປຊື້ຢາຢູ່ຮ້ານໃສສະອາດ ສາຂາ ໜອງດ້ວງ 01 ຄັ້ງ/ອາທິດ ແມ່ນໄປຕະຫລາດສີເກີດ ເພື່ອຊື້ອາຫານ
ວນັທີ22/05/2021: ໄປຫອ້ງແຖວບາ້ນໂພນສະອາດ
ເຮັດໃຫ້ມາຮອດປະຈຸບັນ ທົ່ວນະຄອນຫຼວງມີຈຳນວນບ້ານແດງທັງໝົດ 25 ບ້ານໃນ 7 ເມືອງ
ຄະນະສະເພາະກິດຕີລາຄາວ່າ ເຖິງແມ່ນວ່າການລາຍງານຜູ້ຕິດເຊື້ອ ຈະມີທ່າອ່ຽງຫຼຸດລົງ ບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ໃນຊຸມຊົນຢູ່ບ້ານດາແຂວງແລ້ວມີແຕ່ແຮງງານທີ່ກັບມາແຕ່ຕ່າງປະເທດ ແຕ່ສຳລັບນະຄອນຫຼວງວຽງຈັນແລ້ວແມ່ນຍັງມີຄົນຕິດເຊື້ອໃນຊຸມຊົນ ແລະເພີ່ມບ້ານເຂດແດງໃໝ່ຢູ່.
ເຊິ່ງນັ້ນສັງເກດເຫັນວ່າ ໃນສັງຄົມຍັງມີການໄປມາຫາສູ່ລະຫວ່າງຍາດຕິພີ່ນ້ອງ, ໝູ່ເພື່ອນ ຊຸມແຊວສັງສັນເຮັດໃຫ້ມີການລະບາດເປັນຈຸ້ມເຈື້ອໃນຄອບຄົວ ຍາດຕິພີ່ນ້ອງ ແລະໝູ່ຄູ່ ທັງໝົດນັ້ນລ້ວນຢູ່ໃນມາດຕະການປ້ອງກັນໂຄວິດ-19 ແລະພວກເຮົາບໍ່ຄວນປະໝາດ ຍັງຕ້ອງເອົາໃຈໃສ່ ແລະສືບຕໍ່ປະຕິບັດໃນທຸກມາດຕະການທີ່ທາງຄະນະສະເພາະກິດ ຂັ້ນສູນກາງ ແລະ ຂັ້ນແຂວງວາງອອກຢ່າງເຂັ້ມງວດ.
ຈະເວົ້າໄປແລ້ວຄົນຢູ່ຫ້ອງແຖວສ່ວນໃຫຍ່ແມ່ນຜູ້ທີ່ຍັງທຸກຍາກ ເຮືອນເຊົ່າເຂົ້າຊື້ ແລະມີຫຼາຍຄົນມາຢູ່ຮ່ວມກັນໃນຫ້ອງດຽວ ທີ່ສຳຄັນຈຸດໜຶ່ງມີຄົນຕັ້ງຫຼາຍ ດັ່ງນັ້ນ ໃນສະຖານະການແບບນີ້ ຖ້າມີຈຸດສຳນຶກພໍບ່ອນທີ່ບໍ່ຄວນໄປຊຸມແຊວທີ່ສຸດຄືຫ້ອງແຖວນັ້ນເອງ ຫວັງວ່າສັງຄົມຈະຕື່ນຕົວຫຼາຍຂຶ້ນ.