
ເກີດເຫດເສົ້າ! ເຮືອນກໍາລັງກໍ່ສ້າງໃໝ່ຖະຫຼົ່ມລົງຢູ່ອຸດົມໄຊ ເປັນເຫດໃຫ້ມີຜູ້ເສຍຊີວິດ 3ຄົນ
7th June 2021ເປັນອີກຂ່າວທີ່ສ້າງຄວາມສະເທືອນໃຈ, ຫົດຫູ່ໃນ ທ່າມກາງສະຖານະການການລະບາດຂອງພະຍາດໂຄວິດ-19 ອີກຂ່າວໜຶ່ງເລີຍ ເມື່ອມີເຮືອນທີ່ກໍາລັງປຸກສ້າງໃໝ່ ຖະຫຼົ່ມລົງຢູ່ແຂວງອຸດົມໄຊ.
ເພຈ Oudomxay police ໄດ້ໂພສພາບພ້ອມຂໍ້ຄວາມກ່ຽວກັບເຫດການດັ່ງກ່າວໄວ້ວ່າ: ເຮືອນທີ່ກໍາລັງກໍ່ສ້າງຖະຫຼົ່ມ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຈໍານວນ 2 ຄົນ ແລະ ມີຜູ້ເສຍຊີວິດ 3 ຄົນ.
ເຊິ່ງເຫດການດັ່ງກ່າວເກີດຂຶ້ນຢູ່ເຂດບ້ານໂພນໂຮມ, ເມືອງໄຊ ແຂວງອຸດົມໄຊ.
ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດດ້ວຍ.