
ເບິ່ງແນວໃດ ກໍໜ້າຮັກ ຜູ້ຊາຍລ້ຽງລູກຊ່ວຍ, ເຮັດວຽກເຮືອນຊ່ວຍ ຄອຍດູແລ ໃຫ້ຄໍາປຶກສາ ໄດ້ແບບນີ້ເປັນຜູ້ຍິງທີ່ໂຊກດີທີ່ສຸດ
8th June 2021ຈາກໂພສ Vilaikham Phanthavong ມື້ນີ້ຄົບຮອບ 11 ປີທີ່ຢູ່ນຳກັນມາ
ຮ່ວມທຸກຮ່ວມສຸກນຳກັນມາ 11 ປີ ຂອບໃຈຜົວທີ່ຄ່ອຍຢູ່ຄຽງຂ້າງຄ່ອຍດູແລເອົາໃຈໃສ່ລູກເມຍໄດ້ເປັນຢ່າງດີ
ຂ້ອຍຍັງຈື່ຈົນຮອດມື້ນີ້ ໃນມື້ທີ່ຂ້ອຍມີບັນຫາໜີ້ສີນຜົວບອກວ່າຖ້າຈັງໄດເຮົາກະຫາເງິນມາໃຊ້ໜີ້ບໍ່ໄດ້
ຖ້າເຈົ້າໜີ້ຊີຟ້ອງເອົາເຈົ້າເຂົ້າຄຸກຂ້ອຍຊີເຂົ້າຄຸກແທນເຈົ້າ, ເຈົ້າພ້ອມທີ່ຈະປົກປ້ອງຂ້ອຍຕະຫຼອດເວລາ
ໜີ້ທີ່ເກີດຈາກຂ້ອຍເປັນຜູ້ຄ້ຳປະກັນທີ່ເຄີຍເລົ່າໃຫ້ຟັງມາກ່ອນໜ້ານີ້ ໜີ200ລ້ານຕອນນັ້ນ
ແຕ່ສຸດທ້າຍກະສູ້ສຸດຊີວີດຈົນປົດໜີໄດ້ບໍ່ວ່າຈະມີອຸປະສັກໜັກໜາສ່ຳໄດເຮົາກະຄ່ອຍໃຫ້ກຳລັງໃຈກັນມາ
.
ອາດທີບາງຄັ້ງທີ່ຜີດຖຽງກັນເປັນທຳມະດາຂອງຊີວີດຄູ່ ຂອບໃຈໃນ 11 ປີທີ່ເຈົ້າບໍ່ເຄີຍນອກກາຍນອກໃຈບໍ່ເຄີຍຜີດກັນຍ້ອນເລື່ອງຊູ້ສາວ
ພໍແຕ່ຂ້ອຍເອີຍຢາກໄປທາງໄດເຈົ້າກະພາໄປແມ້ແຕ່ພາໄປເຮັດເລັບສະຜົມຂັດໜ້າເປັນເລື່ອງສ່ວນຕົວຂອງຜູ້ຍີງແຕ່ເຈົ້າກະພາໄປທຸກຄັ້ງເອົາແຕ່ວ່າຢາກໄປຮ້ານໄດພາໄປໂລດ ໄປຮອດເພີ່ນກະນັ່ງຖ້າເປັນຫຼາຍຊົ່ວໂມງບໍ່ຈົ່ມບໍ່ວ່າຫຍັງ ເຈົ້າຕາມໃຈຂ້ອຍທຸກຢ່າງ
.
.
ຂໍໃຫ້ເຈົ້າຮັກສາຄວາມຮັກຄວາມຮັກຂອງເຮົາແບບນີ້ຕະຫຼອດໄປ ຜົວເປັນນ້ອງ 3 ປີປາຍແຕ່ອາຍຸເປັນພຽງຕົວເລກ ອາດຈະເປັນຮູບເກົ່າແຕ່ຂໍເລົ່າໃໝ່