
ນ້ອງມະລິ ເປັນແມ່ຄົວຊອງສ້າງທຸລະກິດແຕ່ນ້ອຍເລີຍ
12th June 2021ນ້ອງມະລິ ລູກສາວຄົນພຽງຂອງພໍ່ປໍທິດສະດີ ມະຫາວົງ ຫຼັງຈາກທີ່ພໍ່ໄດ້ລ່ວງຫຼັບໄປດ້ວຍໄຂ້ປ່າເມື່ອ 5 ປີກ່ອນ ຕອນນັ້ນມະລິຍັງນ້ອຍໆ ແຕ່ວັນເວລາຜ່ານໄປບໍ່ພໍຄາວ ນ້ອງກໍ່ເຕີບໂຕເປັນສາວນ້ອຍຜູ້ໜ້າຮັກສະຫຼາດສະຫຼຽວທີ່ຫຼາຍໆຄົນຕ້ອງຫຼົງຮັກເລີຍລະ.
ສຳລັບມະລິແລ້ວ ແມ່ໂບໄດ້ສົ່ງເສີມໃຫ້ຮຽນເຕັ້ນ, ຮ້ອງເພງ ຫຼິ້ນດົນຕີໄປນຳ ເພາະນ້ອງກໍ່ໄດ້ສາຍເລືອດພໍ່ປໍມາ ມັກໃນສາຍບັນເທິງການຮ້ອງເພງຫຼິ້ນດົນຕີ ຖ້າໃຜຕິດຕາມນ້ອງກໍຈະເຫັນວ່າທ່າເຕັ້ນງາງໜ້າຮັກສຸດເລີຍ.
ຫຼ້າສຸດແມ່ໂບໄດ້ຈ້າງໂຄສມາສອນນ້ອງມະລິເຮັດເຂົ້າໜົມຂາຍຜ່ານທາງອອນລາຍ ເລີ່ມຕົ້ນດ້ວຍເຂົ້າໜົມຄົວຊອງ ເຫັນລີລາທ່າທາງ ແລະສີມືແລ້ວບອກໄດ້ເລີຍອະນາຄົດໄກ.
ແມ່ໂບເຖິນຈະລ້ຽງລູກມາພຽງລຳພັງ ແຕ່ເພິ່ນມີແນວາງສອນລູກດີສຸດ ບໍ່ຈຳເປັນຕ້ອງຫຼູຫຼາ ແຕ່ຢາກໃຫ້ລູກເຕີບໂຕມາພ້ອມຄວາມຮູ້ທີ່ລ້ຽງໂຕເອງໄດ້ກໍ່ຄືງານສີມືພວກນີ້.
ທຳມະດາເດັກນ້ອຍສ່ຳນີ້ຈະເຮັດຫຍັງເປັນນອກຈາກຮຽນກັບຫຼິ້ນກິນ ແຕ່ກັບນ້ອງມະລິແມ່ນເລີ່ມຮູ້ເຮັດຫຍັງເປັນຊິ້ນເປັນອັນແລ້ວ ທີ່ສຳຄັນສາມາດລ້ຽງຊີບໄດ້ ໂດຍມີບັນດາແຟນຄັບຂອງໜຸ່ມປໍ ທິດສະດີ ແລະຜູ້ຊື່ນຊອບໃນຕົວນ້ອງມະລິຄອຍໃຫ້ການສະໜັບສະໜູນເປັນກຳລັງໃຈໃຫ້ຕະຫຼອດໃນທຸກກ້າວຍ່າງ.
ຕອນນັ້ນພໍ່ປໍບອກວ່າ ລູກສາວລາວບໍ່ຈຳເປັນຕ້ອງເປັນຜູ້ເກັ່ງທີ່ສຸດ ຂໍພຽງລູກເປັນຄົນດີ ເປັນຄົນທຳມະດາທີ່ຮູ້ແບ່ງປັນກໍ່ພໍ
ງາມສະຫຼາດ
ຕອນນີ້ບໍຮູ້ເກ່ັງຫຼື ບໍເກັ່ງແຕ່ເປັນເດັກດີຫຼາຍເດີ້ພໍ່ປໍເອີຍ
ຍ້ອນມີແມ່ຄົນນີ້ຄອຍສອນຊີ້ທາງໃຫ້