
ຫຼາຍຄົນຢາກໄດ້ ສົມຄວາມຕັ້ງໃຈ ໂສພານາ ນັກຮ້ອງ 100 ລ້ານວິວ ໄດ້ຮັບ ໂລ້ທອງ ຈາກ YouTube
16th June 2021ດີໃຈນຳເດີ້ ໜຸ່ມ ໂສພານາ ນັກຮ້ອງ 100 ລ້ານວິວ ຜູ້ສ້າງຜົນງານການຮ້ອງ ທັງດ່ຽວ ແລະ ຄູ່, ກຸ່ມ ທີ່ຖືວ່າເພງໃດອອກມານິ ຍອດສູງກັນທຸກເພງ
ແລະ ເປັນທີ່ນິຍົມຟັງກັນລາຍ ໃນໝູ່ໄວ້ໜຸ່ມ ຢ່າງແອັດ ຕິ 555 (ຢາກເປັນໄວລຸ້ນວ່າຊັ້ນ)
ຫຼ້າສຸດ ເຈົ້າໂຕ ໄດ້ໂພສພາບ ແລະ ຮູ້ບ ພ້ອມ ແຄັບຊັ້ນວ່າ
ຂອບໃຈໂລ້ທອງລາງວັນຈາກ YouTube
ຂອບໃຈທຸກຄົນ
ສຳລັບໂລ້ທອງນີ້ ແມ່ນ ລາງວັນທີ່ມີຍອດຜູ້ຕິດຕາມ 1 ລ້ານຄົນ ບອກເລີຍວ່າສາຍຢູທູບເບີ້ທັງຫຼາຍຫວັງຢາກໄດ້ສິ່ງນີ້ກັນທັງນັ້ນ
ແນວໃດກໍຂໍເປັນກຳລັງໃຈໃຫ້ຜູ້ທີ່ມີຄວາມຝັນດ ຄວາມຄິດສ້າງສັນ, ສ້າງຜົນງານໃນແບບຂອງຕົນໃຫ້ເປັນທີ່ນິຍົມຊົມຊອບ ອັນເກີດປະໂຫຍດ ສ້າງລາຍໄດ້ໃຫ້ເຮົາເດີ້
ດີໃຈນຳໜຸ່ມ ໂສພານາ ຕິດຕາມຊ່ອງເພິ່ນ ແລະ ຜົນງານຕ່າງໝໄດ້ທາງ :ເຟດບຸກ Sophana Sengthong, ຢູທູບຊ່ອງ Sophana Chanel
ຈາກ: Sophana Sengthong