
ແກ້ວມຸກດາ ພິມພັກດີ ໂພສ ແຊປະສົບການການເປັນສິວ, ປົວສິວ, ສິວເຊົາ ອ່ານເລີຍ ຕາມນີ້
16th June 2021ສາວງາມເປັນສິວ ໂພສແຊປະສົບການໄວ້ດີຫຼາຍ ຕາມນີ້ເດີ້ ຈາກ ແກ້ວມຸກດາ ພິມພັກດີ ຮອງອັນດັບ 2 Miss Laos 2018, ນາງແບບ, ນາງງາມສາຍປະກວດເຮົານີ້ເອງ ທີ່ໄດ້ໂພສວ່າ
ແຊຣ໌ປະສົບການເປັນສິວເດີ ແພ້ຄີມນັ້ນລະຕັ້ງແຕ່ຮຽນປີ 3 ແລະ ບໍ່ໄດ້ພັກຜ່ອນໜ້າເລິຍຊ້ວງນັ້ນແຕ່ງໜ້າອອກງານຕະຫຼອດ
ໃຊ້ທຸກຢ່າງທີ່ເຂົາແນະນຳ ແຕ່ກະບໍ່ເຊົາ ເປັນສິວອຸດຕັນຢູ່ບໍລິເວນໜ້າຜາກແລະແກ້ມ ຈົນມັນກາຍເປັນສິວອັກເສບ
ຕໍ່ມາມີຄົນແນະນຳໄປປົວຄຣີນິກ1 ໄປກົດສິວ ແລະ ທາຢາ ແຕ່ບໍ່ໄດ້ເຂົ້າຄັອດຫຍັງ ເພາະສິວໂຕເອງເປັນສິວອຸດຕັນ ລະກົດອອກ ແຮງກົດກະແຮງຂຶ້ນ ເລິ່ມຊຳເຮື້ອ ເປັນໜັກກວ່າເກົ່າ
ລອງທຸກວິທີທັງແບບທຳມະຊາດ ກະບໍ່ເຊົາ ລອງງຄຣີມໄປເລື້ອຍຍ ຈົນມາເຈີໂຕ1 ຮູ້ສຶກວ່າຕອນຊື້ນະແພງງໃດ ແຕ່ບໍ່ສົນແລ້ວເພາະເຫັນລີວິວ ເລີຍຕາມໄປໃຊ້
ໃຊ້ໄປຂວດທຳອິດ ສິວອັກເສບເລິ່ມດີຂຶ້ນບໍ່ແດງ ບໍ່ຄັນ ຕອນນິໃຊ້ໄດ້ 1 ປີ ແລ້ວຫາຍດີແລ້ວ ຊິມີສິວກະຕໍ່ເມື່ອຊ້ວງເປັນປະຈຳເດືອນ
.
ຢາກບອກວ່າຜູ້ໃດເປັນສິວນະ ຕ້ອງອົດທົນເດີບໍ່ວ່າຈະຄຣີມໂຕໃດກະຕ້ອງໃຊ້ເວລາໃນການຮັກສາກວ່າມັນຈະຫາຍດີ ຖ້າບໍ່ເປີດໃຈບໍ່ລອງກະບໍ່ເຊົາ ສຳລັບໃຜທີ່ຢ້ານແພ້ ເຮົາຊື້ຄຣີມຫຼືເຊຣັ່ມທຸກໂຕກະຕ້ອງ test ເບິ່ງກ່ອນວ່າເຮົາມີອາການລະຄາຍເຄື່ອງບໍ ສ່ວນວ່າໃຊ້ເວລາດົນປານໃດຈຶ່ງເຊົາ ໂຕນິກະແລ້ວແຕ່ສະພາບໜ້າຂອງໃຜມັນບໍ່ຄືກັນ ເປັນແຮງເຮົາກະຕ້ອງໃຊ້ເວລາແດ່.
ຜູ້ໃດເປັນສິວແບບໃດມາເລົ່າປະສົບການໃຫ້ຟັງແດ່