
ຕ້ອງອ່ານ! 6 ວິທີສັງເກດເບິ່ງເຫັດເບື່ອ(ເຫັດມີພິດ) ຫ້າມກິນເດັດຂາດ
19th June 2021ມື້ນີ້ເຮົາຈະມາແນະນຳວິທີການສັງເກດເຫັດເບື່ອ (ເຫັດມີພິດ) ການເກັບເຫັດແມ່ນມີຄວາມສ່ຽງ ເປັນອັນຕະລາຍຕໍ່ຮ່າງກາຍ ບາງຄົນກໍ່ມີການທົດສອບເຫັດພິດແບບດຶກດຳບັນສະໄໝບູຮານ ຫຼື ໄດ້ຍິນການເລົ່າມາຕໍ່ໆ ກັນ ແຕ່ຂໍຢືນຢັນວ່າວິທີເຫຼົ່ານັ້ນບໍ່ໄດ້ຜົນ 100% ສະເໝີໄປ ຈະມີວິທີໃດແດ່ເຮົາໄປເບີ່ງພ້ອມກັນເລີຍ.
ວິທີສັງເກດເຫັດເບື່ອມີດັ່ງນີ້
1 ຕົ້ມເຫັດໃສ່ກັບເຂົ້າສານ ຖ້າເຫັດເປັນພິດເຂົ້າສານຈະປ່ຽນເປັນສີ.
2 ໃຊ້ປຸນກິນໝາກປ້າຍໃສ່ດອກເຫັດ ຖ້າເຫັດເປັນພິດຈະມີນ້ຳຢາງສີດໍາອອກມາ.
3 ຕົ້ມເຫັດໃສ່ກັບຫົວຫອມ ຖ້າເຫັດເປັນພິດຫົວຫອມຈະປ່ຽນສີ.
4 ເຫັດທີ່ມີແມງເຈາະແປວ່າເປັນເຫັດທີ່ບໍ່ປອດໄພ.
5 ເຫັດສວຍງາມມັກມີພິດ ເຫັດສີຂາວມີສັດຕູພືດກິນໄດ້ປອດໄພ.
6 ໃຊ້ບ່ວງເງີນມາຄົນໝໍ້ ເວລາປຸງແຕ່ງອາຫານ ຖ້າເຫັດເປັນພິດບ່ວງຈະປ່ຽນສີ.
ດັ່ງນັ້ນ ການຫາເຫັດ ຫຼື ເກັບເຫັດມາກິນຄວນລະມັດລະວັງ ແລະ ເລືອກເຫັດສະເພາະທີ່ເຄີຍກິນ ເຫັດທີ່ສີສັນສວຍງາມ ເຫັດແນວແປກໆ ບໍ່ຄວນເກັບມາປຸງແຕ່ງເປັນອາຫານ.
ທີ່ມາ: ມີເດຍລາວ.