
ສາວນີ້ໜ້າຮັກ! ພົກຄວາມໝັ້ນໃຈມາເກີນຮ້ອຍ ຂາທຽມກໍ່ເກ໋ໄດ້ ໂພສທ່າຖ່າຍແບບສຸດເທ້ເລີຍ
24th June 2021ສາວຂາທຽມຜູ້ໜ້າຮັກຕອນນີ້ເປັນທັ້ງເຈົ້າຂອງທຸລະກິດ ເປັນທັັງນາງແບບແຟຊັ່ນ ແລະ ນັກຂ່າວ ສາວຄົນນີ້ໃສ່ຂາທຽມ ມາ 20ກວ່າປີ ແລ້ວ ເພາະປະສົບອຸບັດເຫດຕັ້ງແຕ່ຕອນອາຍຸ 3ປີ ເຮັດໃຫ້ເສຍຂາຊ້າຍໄປ.
ເທ້ຫຼາຍ
ກ່ອນໜ້ານີ້ ສາວຄົນນີ້ ມັກໃສ່ໂສ້ງຂາຍາວ ເພື່ອປິດຂາຊ້າຍເອົາໄວ້ ແຕ່ແລ້ວນາງກໍ່ຄິດໄປຄິດມາວ່າຂາທຽມກໍ່ຄືອະໄວຍະວະສ່ວນໜຶ່ງຂອງນາງໄປແລ້ວ.
ດັ່ງນັ້ນ ສາວຄົນນີ້ກໍ່ເລີຍລຸກຂຶ້ນມາແຕ່ງຕົວເທ່ໆຕາມທີ່ໃຈຢາກເຮັດ ແລະ ຕອນນີ້ກາຍເປັນວ່ານາງດັງຫຼາຍໃນໂລກອອນລາຍ ມີວຽກຖ່າຍແບບເຂົ້າມາມາກມາຍກ່າຍກອງ.
ເຊິ່ງພາບທີ່ອອກມາແຕ່ລະພາບນັ້ນ ກໍ່ດີງາມ ເທ້ສຸດໆໄປເລີຍ.