
ໂຊເຊວແຊສະນັ່ນ ເມື່ອນາງຕອບວ່າ ຫາກເຮົາຍອມລຳບາກກັບຜູ້ຊາຍ ຕ້ອງເບິ່ງວ່າຄຸ້ມຄ່າບໍ່ ຫາກບໍ່ຄຸ້ມກໍຄວນຄິດໃໝ່ສະ ການຢູ່ຄົນດຽວບໍ່ແມ່ນເລື່ອງຍາກ
26th June 2021ອ່ານຈົບແລ້ວ ປ່ຽນຄວາມຄິດບໍ່ຫຼາຍກໍໜ້ອຍ ສຳລັບບົດຄວາມນີ້ ຈາກ ลุยจีน ທີ່ໂພສບົດຄວາມວ່າ ນ້ອງຄົນນີ້ຕອບໄດ້ Real ຫຼາຍ “ຕ້ອງເບິ່ງວ່າເຂົາຄຸ້ມຄ່າບໍ່?
ຄວນສອນລູກສາວແບບນີ້ກໍດີ ເປັນບົດສຳພາດສາວຈີນໃນຍ່ານສູນການຄ້າ ທີ່ຖາມຜູ້ຍິງຄົນໜຶ່ງທີ່ເຮັດວຽກແຖວນັ້ນວ່າ
“ຖ້າໃຫ້ເລືອກ ເຈົ້າຈະເລືອກລຳບາກໄປກັບຜູ້ຊາຍ(ແຟນ)ບໍ່ ?
ນ້ອງຕອບວ່າ ຕ້ອງເບິ່ງບ່ອນນີ້ ວ່າຜູ້ຊາຍຄົນນີ້ຄຸ້ມຄ່າບໍ່ ? ແບບຄຸ້ມຄ່າທີ່ເຮົາຈະລຳບາກໄປນຳບໍ່
ເຮົາຕ້ອງເບິ່ງວ່າມູນຄ່າແຝງ ໃນຕົວເຂົາມີເທົ່າໃດ ?
ການທີ່ເຮົາຍອມລຳບາກ ມັນບໍ່ຄວນເປັນການຍອມລຳບາກແບບບໍ່ມີເງື່ອນໄຂ ຜູ້ຍິງທີ່ຍັງສາວທຸກຄົນ ມີສິດຫາຊີວິດທີ່ດີ ແລະ ຕ້ອງປະເມີນນຳວ່າຈະພາເຮົາ 2 ຄົນ ໄປເຖິງຈຸດນັ້ນໄດ້ບໍ່
ຖ້າຜູ້ຊາຍຄົນນັ້ນມີພັດທະນາການທີ່ດີ ສາມາດພາທັງ 2 ຄົນໄປເຖິງຈຸດນັ້ນໄດ້ ຍອມລຳບາກແນ່ກໍບໍ່ເປັນຫຍັງດອກ
ແຕ່ຖ້າຜູ້ຍິງຄົນໜຶ່ງພະຍາຍາມມາຫຼາຍປີແລ້ວ ເຂົາບໍ່ມີພັດທະນາການຫຍັງເລີຍ ຊີວິດສອງຄົນກໍບໍ່ໄດ້ດີຂຶ້ນ ນາງວ່າ ຮອດຈຸດນັ້ນຄວນພິຈາລະນາເລີກໄດ້ເລີຍ
ເພາະຜູ້ຍິງທີ່ຢູ່ໂຕຄົນດຽວ ມັນກໍບໍ່ໄດ້ຈະລຳບາກເດີ້ດຽວນິ
Cr. Douyin – 上饶街坊