
ກະເສມລາດ ໂຮງໝໍລາວບໍລິການແບບໄທກຳລັງຈະເປີດແລ້ວ
29th June 2021ກະເສມລາດ ໂຮງໝໍທາງເລືອກຂອງປະຊາຊົນລາວທີ່ມັກໄປໃຊ້ບໍລິການຢູ່ໄທ ຕອນນີ້ກຳລັງສ້າງສຳເລັດໄດ້ກະກຽມບຸກຄະລາກອນເປັນທີ່ຮຽບຮ້ອຍ ຫຼ້າສຸດໄດ້ທົດລອງເຄື່ອງມືອຸປະກອນລະບົບເຄື່ອງມືແພດ ລະບົບ IT ແລະທຸກລະບົບອື່ນໆພາຍໃນອາຄານໂຮງຫມໍ ກະເສມລາດ ເພື່ອສຸມໃສ່ແກ້ໄຂວຽກບາງຈຸດທີ່ຍັງບໍທັນລະອຽດກ່ອນເປີດບໍລິການຢ່າງເປັນທາງການ.
ມື້ນີ້(29ມິຖຸນາ 2021) ທ່ານນາງ ວາລີ ເວດສະພົງ ຜູ້ຮ່ວມທຶນຝ່າຍລາວໄດ້ໃຫ້ຮູ້ວ່າ: ໄດ້ປະຊຸມເຂັ້ມຂຸ້ນກັບທີມວິສະວະກອນ ຫລັງຈາກທົດສອບລະບົບເຄື່ອງມືແພດ ລະບົບ IT ແລະທຸກລະບົບອື່ນໆພາຍໃນອາຄານໂຮງຫມໍ ກະເສມລາດ ແລ້ວໃຫ້ແກ້ໄຂວຽກຈຸກຈິກທີ່ເກີດຂື້ນ ຕ້ອງໃຫ້ແລ້ວ 100% ກ່ອນໂຮງຫມໍເປີດ ໃຫ້ບໍລິການຄົນໄຂ້ ໃນເດືອນ 8/2021 ທີ່ຈະມາເຖິງນີ້ ບໍ່ເລື່ອນອີກແລ້ວກຽມພ້ອມ ຮັບໃຊ້ພໍແມ່ພີ່ນ້ອງພາຍໃນລາວແລະປະເທດໄກ້ຄຽງໄວໆນີ້.
ໂຮງໝໍກະເສມລາດ ອິນເຕີເນຊັ້ນແນວ ວຽງຈັນ ທີ່ມີງົບປະມານການລົງທຶນເຖິງ 480 ຕື້ກີບດ້ວຍຂະໜາດ 254 ຕຽງນອນ ເຊິ່ງເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ 2018 ແຕ່ດ້ວຍການລະບາດຂອງພະຍາດໂຄວິດ-19 ມາແຕ່ປີ 2020 ເຮັດໃຫ້ໜ້າວຽກຫຼາຍຢ່າງບໍ່ເປັນໄປຕາມແຜນ ຈິ່ງສົ່ງຜົນໃຫ້ກຳນົດການເປີດນຳໃຊ້ບໍລິການຖືກເລື່ອນໄປໄປຫຼາຍຄັ້ງ ແຕ່ເທື່ອນີ້ ຜູ້ຖືຮຸ້ນຝ່າຍລາວຢືນຢັນບໍ່ເລື່ອນອີກແລ້ວ.
ເອົາເປັນວ່າຕອນນີ້ເປັນທີ່ແນ່ນອນແລ້ວ ເດືອນສິງຫາທີ່ຈະມາເຖິງພວກເຮົາຈະໄດ້ເຫັນໂສມໜ້າຂອງໂຮງໝໍກະເສມລາດເຊື່ອວ່າໂຮງໝໍແຫ່ງນີ້ຈະຊ່ວຍເພີ່ມທາງເລືອແກ່ປະຊາຊົນລາວທີ່ຍັງເດີນທາງໄປປິ່ນປົວຢູ່ຕ່າງປະເທດໄດ້ລະດັບໜຶ່ງ.
ໂຮງໝໍກະເສມຣາດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ ປີ 2018 ໂດຍແບ່ງອອກເປັນ 2 ໄລຍະການກໍ່ສ້າງ, ໂຮງໝໍແຫ່ງນີ້ໄດ້ນຳໃຊ້ງົບລົງທຶນ 60 ລ້ານໂດລາສະຫະລັດ ຫຼື ປະມານ 480 ຕື້ກີບ, ມີອາຄານທັງໝົດ 4 ຫຼັງ ມີ 38 ຫ້ອງກວດ, 254 ຕຽງນອນ, ເບື້ອງຕົ້ນຄາດວ່າຈະນຳໃຊ້ແພດໝໍຈາກຕ່າງປະເທດມາປິ່ນປົວຖ່າຍຖອດປະສົບການໃຫ້ແພດໝໍລາວກ່ອນ.
ໂຮງໝໍກະເສມລາດ ອິນເຕີເນຊັ້ນແນວ ວຽງຈັນ ຕັ້ງຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ເຊິ່ງການກໍ່ສ້າງແມ່ນຮັບຮອງ ມາດຕະຖານຄຸນນະພາບ ສະຖານພະຍາບານລະດັບສາກົນ ຫລື JCI ແລະ ຈາກສະຖາບັນສະຖາປະນິກອາເມລິກາ (AIA), ເຊິ່ງການລົງທຶນໄລຍະທຳອິດ ໂດຍສຸມໃສ່ການກໍ່ສ້າງ ແລະ ການໃຫ້ບໍລິການທາງດ້ານການປິ່ນປົວນັບຕັ້ງແຕ່ການກວດ-ບົ່ງມະຕິ ແລະ ການປິ່ນປົວແບບຄົບວົງຈອນ ດ້ວຍເຄື່ອງມືທີ່ທັນສະໄໝ, ມີແພດໝໍທີ່ຊ່ຽວຊານ ແລະ ມີປະສົບການສູງ ໃນແຕ່ລະດ້ານ ເພື່ອໃຫ້ມີການບໍລິການທີ່ດີທີ່ສຸດ.