
ເປັນແນວໃດຈິດໃຈ ມຊ ອອກແຈ້ງການ ນັກສຶກສາປີສຸດທ້າຍ ໄດ້ເສັງຈົບແທນການຂຽນບົດຈົບຊັ້ນ
30th June 2021ເນື່ອງຈາກວ່າມີການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ການຈັດຕັ້ງການຮຽນ-ການສອນ, ການລົງເຝິກງານ, ການລົງໄປເອົາຂໍ້ມູນເພື່ອມາປະກອບໃນການຂຽນບົດໂຄງການຈົບຊັ້ນຂອງນັກສຶກສາປີສຸດທ້າຍຈໍານວນໜຶ່ງບໍ່ສາມາດດໍາເນີນການໄດ້ຢ່າງຄົບຖ້ວນ ແລະ ບໍ່ສາມາດຂຽນບົດໂຄງການຈົບຊັ້ນສໍາເລັດໄດ້ຕາມເວລາທີ່ກໍານົດໄວ້.
ຄະນະນໍາມະຫາວິທະຍາໄລແຫ່ງຊາດ ຈຶ່ງມີມະຕິຕົກລົງໃຫ້ນັກສຶກສາປີສຸດທ້າຍທີ່ບໍ່ສາມາດດໍາເນີນການຂຽນບົດໂຄງການຈົບຊັ້ນໄດ້ສໍາເລັດຕາມໄລຍະເວລາທີ່ກໍານົດໄວ້ ໃຫ້ສອບເສັງຈົບຊັ້ນແທນ
.
ແລະ ໃຫ້ແຕ່ລະຄະນະວິຊາວາງແຜນຈັດຕັ້ງການສອບເສັງ ແລະ ປະກາດຜົນການສອບເສັງໃຫ້ສໍາເລັດບໍ່ໃຫ້ກາຍວັນທີ 30 ສິງຫາ 2021