
ຂ່າວດີ! ເລີ່ມ 5 ກໍລະກົດ ຄິວລົດເມສາຍໃຕ້ຈະເປີດໃຫ້ບໍລິການແລ້ວ
1st July 2021ຖືໄດ້ວ່າເປັນອີກຂ່າວດີສໍາລັບຫຼາຍໆຄົນທີ່ລໍຖ້າເດີອນທາງໄປ ຫຼື ກັບບັນດາແຂວງຕ່າງໆ ໂດຍສະເພາະແມ່ນພາກໃຕ້, ກຽມເຄື່ອງຂຶ້ນລົດໄດ້ເລີຍ ເພິ່ນຈະເປີດບໍລິການໃຫ້ໃນວັນຈັນ 5ກໍລະກົດ 2021 ນີ້.
ສໍາລັບມາດຕະການການເດີນທາງ ຫຼື ນໍາໃຊ້ຂົນສົ່ງໂດຍສານຕ່າງໆນັ້ນ ກໍ່ຕ້ອງເປັນໄປຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.
ຜູ້ທີ່ຈະມີສິດເດີນທາງຂຶ້ນໂດຍສານໄດ້ ແມ່ນຕ້ອງໄດ້ຮັບການສັກວັກຊີນຄົບ 2ເຂັມເທົ່ານັ້ນ ແລະ ຕ້ອງບໍ່ແມ່ນການເດີນທາງຈາກເຂດທີ່ມີການລະບາດໃນຊຸມຊົນ.
ຮຽກຮ້ອງໃຫ້ທຸກຄົນ ເອົາໃຈໃສ່ປະຕິບັດມາດຕະການດັ່ງກ່າວ ພ້ອມເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ດ້ວຍການໃສ່ຜ້າປິດປາກ-ດັງ ພ້ອມລ້າງມື ສີດແອວກໍຮໍຂ້າເຊື້ອຢູ່ຕະຫຼອດ.
ແນວໃດກໍ່ຕາມ ຫາກພວກເຮົາຮ່ວມໃຈກັນ ແອັດເຊື່ອວ່າ ອີກບໍ່ດົນພວກເຮົາຈະເອົາຊະນະວິກິດໂຄວິດ-19 ໄດ້ຢ່າງແນ່ນອນ.