
ລົດໃຜເສຍໄປເບິ່ງເດີ້ ຫາດຊາຍຟອງເກັບກູ້ໄດ້ຫຼາຍຄັນເລີຍ
6th July 2021ດົນໆຈະໄດ້ມີຂ່າວດີມາບອກ ການໄດ້ຄືນຊັບສິນຖືເປັນລາບອັນປະເສີດ ເພາະເຄື່ອງຂອງແຕ່ລະຢ່າງຫາມາດ້ວຍຄວາມລຳບາກແລ້ວຍັງຖືກໂຈນລັກໄປ ບາງຄົນກໍ່ໄດ້ຄືນໃນສະພາບບໍ່ຄືເກົ່າ ບາງຄົນກໍ່ເສຍໄປຕະຫຼອດການສ່ຳກັບຊື້ມາເປັນຂອງຕົນພຽງຊົ່ວຄາວ.
ເຊິ່ງຂ່າວດີມື້ນີ້ຄື ລົດຈັກຂອງໃຜເສຍ! ທາງເຈົ້າຫນ້າທີ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເກັບກູ້ຄືນມາໄດ້ຈຳນວນໜຶ່ງ ໜ້າເສຍດາຍທີ່ບໍທັນໄດ້ຂໍ້ມູນເລື່ອງເລກຈັກເລກຖັງມາໃຫ້ສົມທຽບ ແຕ່ຖ້າຂອງໃຜທີ່ລົດເສຍສາມາດເຂົ້າມາກວດເບີ່ງໄດ້!
ສະຖານທີ່ໍ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ