
ໂພສຊຶ້ງໃຈ ຂອບໃຈ ທີ່ອົດທົນສູ້ຊີວິດກັບກັບຜູ້ຊາຍຈົນໆຄົນນີ້ຈົນມື້ທີ່ເຮົາມີທຸກຢ່າງນຳກັນ
7th July 2021ຂອບໃຈ ທີ່ກ້າເອົາຊີວິດມາຝາກກັບຜູ້ຊາຍຈົນໆຄົນນີ້!
ຂອບໃຈ ທີ່ອົດທົນສູ້ຊີວິດກັບຜູ້ຊາຍຄົນນີ້້ຕະຫລອດມາ!
ຂອບໃຈ ທີ່ຢືນຄຽງຄ້າງ ແລະ ໃຫ້ກຳລັງໃຈຕະຫລອດມາ!
ຢາກໃຫ້ນ້ອງຮູ້ວ່າ 15 ປີທີ່ພວກເຮົາໄດ້ຮັກກັນ ແລະ 10 ປີ ທີ່ພວກເຮົາໄດ້ໃຊ້ຊີວິດຮ່ວມກັນ ຄືຊ່ວງເວລາທີ່ມີຄຸນຄ່າ ແລະ ມີຄວາມສຸກທີ່ສຸດສຳລັບອ້າຍ.
.
ມາເຖິງດຽວນີ້ ອ້າຍໄດ້ບັນລຸທຸກຄຳສັນຍາທີ່ໄດ້ສັນຍາກັບນ້ອງໃນ10ປີກ່ອນ ອ້າຍສັນຍາວ່າຈະເປັນຜົວ ແລະ ພໍ່ທີ່ດີສຳລັບນ້ອງ ແລະ ລູກໆຂອງພວກເຮົາ.
ຮັກເດີ ຮັກຕະຫລອດໄປ
Happy our 10 years Anniversaries (7/7/2021)
ສຸກສັນວັນຄົບຮອບວັນແຕ່ງງານ 10 ປີ ຂອງພວກເຮົາ.
.
.
ຈາກ: Mong Sermsysath