
ອຸ້ມ ການຕະນາ ວິລະກຸນ MVT06 ສາວງາມຈາກຄະນະເສດຖະສາດ ເເລະ ບໍລິຫານທຸລະກິດ ໃນເວທີນາງສາວນະຄອນຫຼວງ 2020
25th February 2020ໜຶ່ງສາວທີ່ມີຈິດໃຈງາມດັ່ງໜ້າຕາ ຂອງ 20 ນ້ອງຜູ້ເຂົ້າປະກວດນາງສາວນະຄອນຫຼວງ 2020 ກໍ່ຄື ອຸ້ມ ການຕະນາ ວິລະກຸນ MVT06 ອາຍຸ 18 ປີ, ກໍາລັງສຶກສາ ທີ່ ມະຫາວິທະຍາໄລເເຫ່ງຊາດ ຄະນະເສດຖະສາດ ເເລະບໍລິຫານທຸລະກິດ ສາຂາ ການຕະຫລາດ.
ສາວອຸ້ມ ບອກວ່າ: ເຫດຜົນທີ່ນ້ອງເລືອກມາປະກວດນາງສາວນະຄອນຫຼວງເພາະນ້ອງໄດ້ລໍຖ້າມາເປັນເວລາຫລາຍປີເເລ້ວ ເເລະເຊື່ອວ່າປີນີ້ນ້ອງມີຄວາມພ້ອມ ທາງດ້ານສະກະຍະພາບ ເເລະ ຄວາມສາມາດ.
ເຖິງວ່ານ້ອງບໍ່ເຄີຍຜ່ານເວທີການປະກວດໃດ ຫຼື ຍັງບໍ່ເຄີຍມີຜົນງານດ້ານບັນເທິງມາກ່ອນກໍຕາມ ນ້ອງກໍມີຄວາມຄາດຫວັງ ຢາກຈະຕິດ 1 ໃນ 3 ຂອງເວທີນາງສາວນະຄອນຫລວງວຽງຈັນ 2020.
ນ້ອງມີຄວາມສາມາດເວົ້າພາສາອັງກິດໃນການບອກເລົ່າ ເເລະ ຖ່າຍທອດຄວາມເປັນລາວໃຫ້ກັບຄົນຕ່າງຊາດໄດ້ສຳຜັດເຖິງກິ່ນອາຍຄວາມເປັນລາວໄດ້.
ອຸ້ມເອງມີຄວາມເປັນເເມ່ຍິງລາວ, ມີຄວາມຮັກຊາດ, ຮັກບ້ານເກີດເມືອງນອນ ເເລະ ຮັກເເຜ່ນດິນຂອງເເມ່, ອຸ້ມສາມາດຟ້ອນລຳວົງລາວເປັນ 5 ຈັງຫວະໄດ້ ເເລະ ສາມາດເເຕ່ງອາຫານລາວໄດ້.
ໃນເວລາວ່າງນ້ອງມັກເຂົ້າເວັບໄຊ ຮຽນພາສາອັງກິດອອນລາຍ.
ອຸ້ມເປັນເອື້ອຍກົກ ເເລະ ມີນ້ອງ 2 ຄົນ ປັດຈຸບັນຢູ່ບ້ານໂນນສະຫວັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ເປົ້າໝາຍໃນອະນາຄົດຂອງນ້ອງທີ່ນອກຈາກການທີ່ຢາກຈະເປັນສາວເເອ ເເລະນາງງາມເເລ້ວ ນ້ອງຢາກມີມູນນິທິເດັກເປັນຂອງນ້ອງເອງ, ເຖິງວ່າຢູ່ໃນປະເທດເຮົາກໍ່ມີຫລາຍມູນນິທິທີ່ຊ່ວຍເຫລືອສັງຄົມເເລ້ວ ເເຕ່ມັນກໍຍັງບໍ່ທັນພຽງພໍເເລະທົ່ວເຖິງເທື່ອ, ເຊິ່ງນ້ອງເອງກໍຢາກຈະເເບ່ງປັນທາງດ້ານທຶນການສຶກສາ ເເລະ ຊີວິດການເປັນຢູ່ທີ່ອົບອຸ່ນໃຫ້ເເກ່ເດັກນ້ອຍທີ່ຢູ່ເຂດຫ່າງໄກສອກຫຼີກທີ່ຍັງບໍ່ໄດ້ຮັບໂອກາດຢ່າງພຽງພໍ.
ເຄັດລັບໃນການຮັກສາສຸຂະພາບເເລະຮ່າງກາຍ: ນອນໃຫ້ພຽງພໍຢ່າງໜ້ອຍ 8ຊົ່ວໂມງ, ອອກກໍາລັງກາຍເເລະດື່ມນໍ້າໃຫ້ສະໝໍ່າສະເໝີ, ຫຼິ້ນໂຢຄະ 4ຄັ້ງ/ທິດເເລະຫລິ້ນກິລາລອຍນໍ້າ ເພາະຈະເຮັດໃຫ້ຊັດສ່ວນທົ່ວຮ່າງກາຍເຮົາເເຂງເເຮງຢ່າງສະໝໍ່າສະເໝີ.
ຜູ້ຊາຍໃນສະເປັກ: ເປັນຄົນທີ່ຍອມຮັບທຸກຢ່າງທີ່ເປັນເຮົາເເລະສິ່ງເເວດລ້ອມອ້ອມຂ້າງ ລວມໄປເຖິງໝູ່, ມີຄວາມເປັນຜູ້ນຳເເລະກ້າຫານ ເເລະກ້າທີ່ຈະສະເເດງອອກ, ເຄົາລົບນັບຖືເຊິ່ງກັນເເລະກັນທັງຕໍ່ໜ້າເເລະລັບຫຼັງ , ທີ່ສຳຄັນ ຜູ້ຊາຍຄົນນັ້ນຕ້ອງຮັກເເລະໃຫ້ກຽດພໍ່ເເລະເເມ່ເຮົາ.