
ເກີດແຜ່ນດິນໄຫວ ຂະໜາດ4,5ຣິກເຕີ ທີ່ແຂວງຫຼວງນໍ້າທາ ໃນວັນທີ29 ກຸມພາ, ຍັງບໍ່ມີລາຍງານຜົນເສຍຫາຍ
29th February 2020ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກມາລາຍງານຢັ້ງຢືນກ່ຽວກັບການເກີດແຜ່ນດິນໄຫວ ຄັ້ງວັນທີ 29 ກຸມພາ 2020 ວ່າ: ກົມອຸຕຸນິຍົມແລະອຸທົກະສາດ ພະແນກຕາຫນ່າງສະຖານີອຸຕຸນິຍົມແລະແຜນດິນໄຫວ ຂໍລາຍງານມາຍັງທ່ານຊາບວ່າ: ຜ່ານການຕິດຕາມສະພາບເກີດແຜນດິນໄຫວທົ່ວປະເທດລາວ ພົບວ່າ.
ໃນວັນທີ 29 ກຸມພາ 2020 ເວລາຕາມທ້ອງຖິ່ນ01:13:03 ໂມງ ໄດ້ເກີດແຜນດິນໄຫວວັດແຮງສັ່ນສະເທືອນຂະໜາດ4,5ຣິກເຕີ
.
ຈຸດສູນກາງຂອງແຜນດິນໄຫວແມ່ນຢູ່ເລິກລົງພື້ນດິນ17ກິໂລແມັດ ທີ່ບ້ານໂພນໄຊ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.
ນີ້ເປັນເຫດແຜນດິນໄຫວຄັ້ງທີ 2 ໃນຮອບ3 ເດືອນຢູ່ພາກເໜືອຂອງສປປລາວ ຫຼງັຈາກທີ່ໃນວັນທີ 21 ພະຈິກ2019 ໄດ່້ເກີດແຜນດິນໄຫວຂຶ້ນຂະໜາດ6,4ຣີກເຕີ ທີ່ແຂວງໄຊຍະບູລີ ເຊິ່ງມີຈຸດສູນກາງທີ່ເມືອງຫົງສາ ເຊິ່ງໄດ້ສ້າງຄວາມເສຍຫລາຍສົມຄວນ ແກ່ເມືອງຫົງສາ ແລະໄຊສະຖານ.
ສ່ວນເຫດການແຜນດິນໄຫວຫຼ້າສຸດທີ່ເມືອງຫຼວງນໍ້າທາໃນຄັ້ງນີ້ ຍັງບໍ່ມີການລາຍງານເຖິງຜົນເສຍຫາຍເຂົ້າມາເທື່ອ.