ຄົນລາວຢ່າ ຂ້າກັນເອງກະຕຸກໃດໃຊ້ແລ້ວໃຊ້ເລີຍຢ່າສົ່ງຄືນສານໍ
ມີເລື່ອງລາວໜ້າເປັນຫ່ວງ ຫຼັງວິກິດນ້ຳມັນຢູ່ປະເທດເຮົາທີ່ເຫັນຫຼາຍໆຄົນນຳເອົາກະຕຸກນ້ຳດື່ມ 20 ລິດໄປຊື້ນ້ຳມັນ ອັນນັ້ນແມ່ນຄວາມວິຕົກກັງວົນ ແລະຈຳເປັນຂອງບຸກຄົນບໍ່ວ່າກັນ ແຕ່ຫຼັງໃຊ້ແລ້ວສົ່ງຕຸກຄືນໃຫ້ບໍລິສັດນ້ຳດື່ມໂດຍບໍ່ບອກບໍກ່າວ ບໍລິສັດນ້ຳດື່ມເອົາໄປຮ່າຍນ້ຳໃສ່ເລີຍ ເພື່ອຂາຍຕໍ່ອັນນີ້ອັນຕະລາຍຫຼາຍ. ຂ່າວລາຍງານວ່າ ການເອົາຕຸກນ້ຳ ຕຸກພາລາສຕິກ ໄປໃສ່ນ້ຳມັນກໍ່ຖືວ່າການນຳໃຊ້ບໍ່ຖືກຈຸດປະສົງແລ້ວ ຍັງມີປະຊາຊົນຈຳນວນໜຶ່ງນຳເອົາຕຸກນ້ຳດື່ມ 20 ລິດໄປໃສ່ນ້ຳມັນແລ້ວຍັງສົ່ງຄືນທາງໂຮງງານນ້ຳດື່ມ ຖ້າຫາກທາງໂຮງງານບໍ່ຮູ້ແລ້ວນຳໄປຮ່າຍນ້ຳເລີຍ ຫຼື ເຖິງຈະຮູ້ແລະ ລ້າງດີຊຳໃດກໍ່ຍັງມີຄາບນ້ຳມັນຕິດຢູ່…