ອົງການສະຫະປະຊາຊາດ ເຕືອນ ທົ່ວໂລກອາດປະເຊີນກັບການຂາດແຄນອາຫານ
ອົງການສະຫະປະຊາຊາດ (ສປຊ) ອອກມາເຕືອນວ່າ ຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ອູແກຣນ ອາດຈະສົ່ງຜົນໃຫ້ທົ່ວໂລກເກີດພາວະຂາດແຄນອາຫານໃນອີກບໍ່ພໍເທົ່າໃດເດືອນຂ້າງໜ້ານີ້. ທ່ານ ອັນໂຕນີໂອ ກູເຕເຣສ ເລຂາທິການໃຫຍ່ ສປຊ ກ່າວ່າ ຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ອູແກຣນ ເຮັດໃຫ້ປະຊາກອນຫຼາຍສິບລ້ານຄົນທົ່ວໂລກຕ້ອງປະເຊີນກັບຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ ເຊິ່ງຈະກໍ່ໃຫ້ເກີດສະພາວະຂາດໂພສະນາການ, ອຶດຢາກຫິວໂຫຍ ແລະ…