ຣັດເຊຍພົບຫຼັກຖານໃນຫ້ອງທົດລອງຢູ່ ຢູເຄຣນ ອາດກ່ຽວກັບເຊື້ອພະຍາດ
ຍິ່ງຄົ້ນຍິ່ງເຫັນຫຼາຍ ຍິ່ງທະຫຼຳເລີກເຂົ້າ ກ່ຽວກັບເລື່ອງລາວໃນຢູ່ເຄຣນ ນອກຈາກສົງຄາມແລ້ວຣັດເຊຍຍັງໄດ້ພົບຫຼັກຖານທີ່ຫ້ອງທົດລອງຊີວະພາບເຫັນວ່າເປັນຂອງອາເມຣິກາ ເຊິ່ງອາດກຽມກໍ່ວິນາດສະກຳດ້ວຍເຊື້ອພະຍາດ. ວັນທີ 2 ເມສານີ້, ທ່ານນາງອີຣິນນະ ອາໂຣວະຈາ ຮອງປະທານສະພາດູມາ ຣັດເຊຍ ທັງເປັນປະທານປະສົມຄະນະກຳມະການສຳຫຼວດການເຄື່ອນໄຫວຂອງ ຫ້ອງທົດລອງຊີວະພາບອາເມຣິກາຢູ່ຢູເຄຣນກ່າວວ່າ: ຣັດເຊຍໄດ້ພົບຫຼັກຖານ ທີ່ຫ້ອງທົດລອງຊີວະພາບເຫຼົ່ານີ້ອາດຈະກະກຽມດຳເນີນການເຄື່ອນໄຫວກໍ່ວິນາດສະກຳດ້ວຍເຊື້ອພະຍາດ, ຫຼັກຖານເຫຼົ່ານີ້ລວມມີເງິນເຈ້ຍທີ່ຖືກມົນລະພິດຈາກ ເຊື້ອພະຍາດທີ່ຖືກພົບເຫັນຢູ່ໃກ້ໂຮງຮຽນແຫ່ງໜຶ່ງຢູ່ເຂດລູກັນສ໌ ເມື່ອເດືອນພະ ຈິກປີ…