23rd June 2022
ທົ່ວປະເທດມີລັດວິສາຫະກິດ178ຫົວໜ່ວຍ ມີລາຍຮັບຈາກການດໍາເນີນທຸລະກິດ 31.530 ຕື້ກີບ/ປີ ແລະ ສາມາດສ້າງກຳໄລສຸດທິສະເລ່ຍໄດ້ 414 ຕື້ກີບ/ປີ
ຂປລ.ໄລຍະຜ່ານມາ ກໍຄືປັດຈຸບັນ ລັດວິສາຫະກິດ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນຕົ້ນ ແມ່ນການບໍລິການສາທາລະນະປະໂຫຍດ ໃນບັນດາໂຄງລ່າງພື້ນຖານໃນເຂດຕົວເມືອງ ແລະ ຊົນນະບົດ ເຊັ່ນ: ຮອດປີ 2020 ສາມາດຂະຫຍາຍຕາໜ່າງໄຟຟ້າ ກວມ 89% ໃນຂອບເຂດທົ່ວປະເທດ, ຂະຫຍາຍນໍ້າປະປາກວມ 72% ຂອງປະຊາ…