Skip to the content 26th May 2022 By Admin ວັນທີ 24 ພຶດສະພາປີ 2022 ນີ້, ທ່ານອູຊ່ຽນ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບການລາດຕະເວນຍຸດທະສາດທາງອາກາດຮ່ວມຈີນ-ຣັດເຊຍ ໂດຍແຈ້ງໃຫ້ຮູ້ວ່າ: ການເຄື່ອນໄຫວຄັ້ງນີ້ບໍ່ໄດ້ແນໃສ່ຝ່າຍທີສາມ ແລະບໍ່ມີສ່ວນກ່ຽວພັນເຖິງສະຖານະການສາກົນແລະພາກພື້ນໃນປັດຈຸບັນນີ້. ທ່ານອູຊ່ຽນກ່າວຕື່ມວ່າ: ວັນທີ 24 ພຶດສະພາປີ 2022 ນີ້, ກອງທັບອາກາດຂອງຈີນແລະຣັດເຊຍໄດ້ຈັດຕັ້ງປະຕິບັດການລາດຕະເວນຍຸດທະສາດທາງອາກາດຮ່ວມປະຈຳປີ 2022. ນີ້ແມ່ນການລາດຕະເວນຍຸດທະສາດທີ່ກອງທັບອາກາດຂອງຈີນແລະຣັດເຊຍຮ່ວມກັນປະຕິບັດຄັ້ງທີ 4…
26th May 2022 By Admin ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ ລາຍງານວ່າ: ໃນວັນທີ 26 ພຶດສະພານີ້, ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ພາຍໃຕ້ການຮ່ວມມື…
26th May 2022 By Admin ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ນາງ ອົວ ຊູລາ ຟອນເດີ ເລເຢນ ປະທານຄະນະກຳມາທິການອເຣົບ (EC) ເຊິ່ງເປັນອົງການບໍລິຫານຂອງສະຫະພາບເອີຣົບ (EU) ຍອມຮັບວ່າ ບັນດາປະເທດສະມາຊິກບໍ່ສາມາດຕົກລົງກັນໄດ້ຕໍ່ມາດຕະການຂວ້ຳບາດນ້ຳມັນຂອງຣັດເຊຍ. ປະທານ ຄະນະກຳມາທິການເອີຣົບ ກ່າວວ່າ: ບັນຫາດັ່ງກ່າວນີ້ ຈະບໍ່ໄດ້ນຳເຂົ້າປຶກສາຫາລືໃນກອງປະຊຸມ EC ທີ່ຈະຈັດຂຶ້ນໃນທ້າຍເດືອນນີ້…
25th May 2022 By Education ສັງຄົມວິຈານຜູ້ນຳສະຫະລັດ ທີ່ມຸ້ງໝັ້ນສ້າງກຳລັງການຊ່ວຍເຫຼືອສົ່ງໄປຍັງຢູເຄຣນເພື່ອຕໍ່ຕ້ານກັບຣັດເຊຍຈົນລືມເບິ່ງວຽກທາງບ້ານ ເຮັດໃຫ້ເກີດເຫດບໍ່ດີຕໍ່ເດັກນ້ອຍລູກຫຼານ ນອກຈາກເຫດການນອງເລືອດທີ່ມືປືນຍິງໂຫດເດັກນ້ອຍເສຍຊີວິດເກືອບ 20 ກໍລະນີແລ້ວ ໃນສະຫະລັດຍັງຂາດແຄນນົມຜົງສຳລັບເດັກນ້ອຍອີກ. ໃນຂະນະທີ່ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ເລີ່ມການຢ້ຽມຢາມອາຊີເປັນຄັ້ງທຳອິດ ໃນຖານະເປັນປະທານາທິບໍດີອາເມຣິກາ, “ເດັກນ້ອຍຂາດນົມຜົງ” ໄດ້ແຜ່ລາມອອກຢ່າງຮ້າຍແຮງໃນທົ່ວປະເທດອາເມຣິກາ. ໃນຮ້ານຄ້າບໍ່ມີຂາຍ, ພໍ່ແມ່ຂອງລູກອ່ອນຂັບລົດໄປຊື້ຢູ່ລັດອື່ນ, ວິກິດການຂາດນົມຜົງໄດ້ນັບມື້ນັບຮ້າຍແຮງຂຶ້ນຢູ່ພາຍໃນປະເທດອາເມຣິກາ. ມີຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ວັນທີ 5 ຫາ…
25th May 2022 By Education ລົດຈັກໃຜເສຍພົວພັນເອົາທີ່ນີ້ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖ້າກາຍກຳນົດທີ່ລະບຸໄວ້ຖືວ່າສະລະສິດເດີ້ທຸກຄົນ. ປກສ ເມືອງຫາດຊາຍຟອງໄດ້ອອກແຈ້ງການເຖີງ ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດ ຮອດພໍ່-ແມ່ ປະຊາຊົນບັນດາເຜົ່າ ທີ່ມີຕົກຄ້າງໃນການດຳເນີນຄະດີ ແລະ ລວມທັງລົດທີ່ຄົນຮ້າຍລັກໄປແລ້ວ. ໃນປັດຈຸບັນ ກອງບັນຊາການ ປກສ ເມືອງ ຫາດຊາຍຟອງ ພວກເຮົາໄດ້ສຳເລັດການດຳເນີນຄະດີບາງຈຳນວນແລ້ວ,…
25th May 2022 By Admin ສຳນັກຂ່າວຕ່າງປະເທດລາຍງານວ່າ: ເຫດການຍິງຄັ້ງລ່າສຸດໃນສະຫະລັດ ຄັ້ງນີ້ເກີດຂຶ້ນທີ່ໂຮງຮຽນປະຖົມ ຣ໊ອບ ເອເລເມັນທໍຣີ ໃນເມືອງ ອຸລວາເດີ ຫ່າງຈາກເມືອງຊານອັນໂຕນິໂອ ຣັດເທັກຊັດ ໄປທາງຕາເວັນຕົກປະມານ112 ກິໂລແມັດ. ໂດຍໃນຊ່ວງກ່ອນທ່ຽງວານນີ້ຕາມເວລາໃນທ້ອງຖິ່ນ ໂດຍມືປືນເຊິ່ງເປັນໜຸ່ມໄວ 18 ປີ ພ້ອມອາວຸດປືນສັ້ນ ແລະ ໄຣເຟິລ ຍ່າງເຂົ້າໄປທີ່ໂຮງຮຽນກ່ອນລັ່ນປືນຍິງໃສ່ນັກຮຽນ ເຊິ່ງສ່ວນໃຫຍ່ເປັນເດັກນ້ອຍຊັ້ນປະຖົມສຶກສາຕອນຕົ້ນ…
25th May 2022 By Admin ຂ່າວສານ ພະລັງງານ ແລະ ບໍ່ແຮ່ ລາຍງານວ່າ: ໃນວັນທີ 23 ພຶດສະພາ 2022 ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ພ້ອມດ້ວຍຄະນະ ໂດຍມີ ທ່ານ ຈັນທະລາ…
25th May 2022 By Education ມີພະລັງງານຕັ້ງໄດ້ປຽບແບບນີ້ນໍ ສົມພໍວ່າບັນດາປະເທດຍາດກັນແຕ່ບໍ່ພະລັງງານ, ເບິ່ງແຕ່ຣັດເຊຍ ນັບຈາກໄດ້ປະຕິບັດການທາງທະຫານຢູ່ຢູເຄຣນແມ່ນວ່າຫຼາຍປະເທດທາງຕາເວັນຕົກຈະບໍ່ເຫັນດີ ແລະພະຍາຍາມຄວ້ຳບາດຕໍ່ຣັດເຊຍ ແຕ່ກັບບໍ່ສາມາດຕັດແຫຼ່ງພະລັງງານໄດ້ ແລະຍັງເຮັດສັນຍາຊື້ໄລຍະຍາວ ອັນເຮັດໃຫ້ຣັດເຊຍສາມາດສ້າງລາຍຮັບຈາກແກັສທຳມະຊາດໄດ້ສູງສຸດເປັນປະຫວັດການ. ຕາມຂ່າວລາຍງານວ່າ ຣັດເຊຍສາມາດສ້າງລາຍໄດ້ຈາກແກັສທີ່ສົ່ງຂາຍໃຫ້ບັນດາປະເທດໃນຢູໂຣບແຕະລະດັບ 100.000 ລ້ານໂດລາ ຖືເປັນສະຖິຕິສູງທີ່ສຸດເປັນປະຫວັດການໃນປີ 2022 ສືບເນື່ອງມາຈາກລາຄານ້ຳມັນເພີ່ມສູງຂຶ້ນ. ຕາມລາຍງານຂອງໜັງສືພິມ Les Echos ເປັນສື່ສັນຊາດຝຣັ່ງລະບຸວ່າ ຕົວເລກປະມານການລາຍໄດ້ດັ່ງກ່າວມາຈາກຍອດຂາຍແກັສທີ່ເພີ່ມສູງສຸດເກືອບເທົ່າຕົວຈາກປີຜ່ານມາ…
25th May 2022 By Education ກາຍເປັນຂ່າວໂດ່ງດັງທົ່ວທັງອາຊຽນ ສຳລັບໜຸ່ມໂປະແຕກ ເມຍຈັບໄດ້ວ່າມີກິກຍ້ອນກ້ອງໄລສົດໝູນໄປເຫັນໜ້າເຕັມໆໃນນັດຊີງຊະນະເລີດລະຫວ່າງໄທພົບກັບຫວຽດນາມ ໃນການແຂ່ງຂັນກິລາຊີເກມຢູ່ ສສ ຫວຽດນາມ. ການແຂ່ງຂັນກິລາຊີເກມຄັ້ງທີ 31 ທີ່ນະຄອນຫຼວງຮາໂນ້ຍ ຫວຽດນາມຈົບໄປຢ່າງສວຍງາມ ຊາວເນັດຫວຽດນາມຕ່າງກໍ່ສະຫຼອງກັນຄັບຄັ່ງກັບໄຊຊະນະທີ່ໄດ້ຫຼຽນຫຼາຍກວ່າໝູ່ໃນບັນດາປະເທດອາຊຽນ. ຢ່າງໃດກໍ່ຕາມ ທ່າມກາງຄວາມຍິນດີນັ້ນກໍ່ເກີດກະແສດຣາມ່າຂຶ້ນ ໃນນັດຊີງຊະນະເລີດບານເຕະຊີເກມລະຫວ່າງຫວຽດນາມກັບໄທ ອັນເນື່ອງມາຈາກເມຍຂອງຜູ້ຊາຍຫວຽດນາມຄົນໜຶ່ງຈັບໄດ້ວ່າຜົວໄປມີກີກ ເພາະກ້ອງໄລສົດຈັບພາບໄດ້ເຕັມໆເປັນພາບຍິບ-ຊາຍນຸ່ງເສື້ອຄູ່ນັ່ງໃກ້ຊິດສະໜິດສະໜົມກັນເປັນພິເສດເຊຍບານຢ່າງເມົາມັນ. ໂດຍນາທີທີ 80 ຂອງການແຂ່ງຂັນ ທັນທີທີ່ແຟນບານຊາວຫວຽດນາມພາກັນຍິນດີຮ້ອງໂຮໃຫ້ລູກບານທີ່ເຂົ້າໂກນຢ່າງສວຍງາມ…
24th May 2022 By Education ໃນແງ່ຂອງຜູ້ນຳ ຍັງຈີ້ກົ້ນກັນຕິດໆບໍ່ມີໂຍະຍານຜ່ອນຜັນ ເພາະມັນເປັນເກມການເມືອງໃຜກໍຢາກເປັນມະຫາອຳນາດກໍ່ຂູ່ກັນໄປມາ ລົງໂທດສາລະພັດ ແຕ່ທຸລະກິດເດ ໃນເມື່ອຜູ້ໃຫຍ່ຜິດກັນຜູ້ນ້ອຍກໍ່ຢູ່ບໍໄດ້ຄືກັນ ຫຼັງຈາກແມັກໂດໂນບິນກັບປະເທດ ຫຼ້າສຸດສະຕາບັກແບຣນກາເຟຊື່ດັງຂອງອາເມລິກາກໍ່ໜີໄປຕາມກັນ. ຕາມຂ່າວຕ່າງປະເທດລາຍງານວ່າ ສະຕາບັກປະກາດອຳລາຖອນຕົວອອກຈາກຣັດເຊຍອີກລາຍ ປິດຊາກກາເຟດັງຂອງສະຫະລັດໃນຣັດເຊຍໄປອີກລາຍເຖິງຈະມີເຖິງ 130 ສາຂາແລ້ວກໍ່ຕາມ. ບໍລິສັດສະຕາບັກ ຮ້ານກາເຟຊື່ດັງສັນຊາດອາເມລິກັນ ອອກຖະແຫຼງການເຖິງພະນັກງານລະບຸວ່າ ທາງບໍລິສັດກຳລັງຈະຖອນຕົວອອກຈາກຣັດເຊຍ ຢຸດຕິການດຳເນີນກິດຈະການ ແລະຈະບໍ່ມີແບຣນນີ້ໃນປະເທດຣັດເຊຍອີກຕໍ່ໄປ ໂດຍຈະປິດສາຂາທັງໝົດ…
ກະລຸນາຫ້າມກ້ອບບົດຄວາມ ກ່ອນໄດ້ຮັບອະນຸຍາດ